ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງເຈົ້າຄອງລັດກາລິຟໍເນຍຂອງອາເມຣິກາ

2023-10-26 16:02:25 cri

 

ຕອນບ່າຍວັນທີ 25 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານກາວິນ ນິວຊອມ ເຈົ້າຄອງລັດກາລິຟໍເນຍຂອງອາເມຣິກາຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຈີນ.

 

ທ່ານສີຈິ້ນຜິງກ່າວວ່າ: ຈີນ ແລະອາເມຣິກາແມ່ນອົງກອນເສດຖະກິດໃຫຍ່ 2 ແຫ່ງອັນດັບຕົ້ນຂອງໂລກ, ຜົນປະໂຫຍດຂອງສອງປະເທດໄດ້ເຊື່ອມຈອດກັນຢ່າງແໜ້ນແຟ້ນ. ການພົວພັນຈີນ ແລະອາເມຣິກາໄດ້ພັດທະນາມາຮອດປັດຈຸບັນນີ້, ຜົນສຳເລັດແມ່ນໄດ້ມາແບບບໍ່ງ່າຍດາຍ, ຄວນໄດ້ຮັບການທະນຸຖະໜອມ. ຈີນຍຶດໝັ້ນນະໂຍບາຍຕໍ່ອາເມຣິກາທີ່ເຄົາລົບເຊິ່ງກັນ ແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງສະເໝີຕົ້ນສະເໝີປາຍ. ຈີນຈະສືບຕໍ່ພະຍາຍາມຕາມທິດທາງນີ້ ແລະຫວັງວ່າອາເມຣິກາຈະມຸ່ງໜ້າສູ່ຈຸດໝາຍນີ້ເຊັ່ນດຽວກັນ.

 

ທ່ານສີຈິ້ນຜິງກ່າວຕື່ມວ່າ: ການພັດທະນາສາຍພົວພັນຈີນ-ອາເມຣິກາເປັນຢ່າງດີ, ຕ້ອງເຕົ້າໂຮມກຳລັງແຮງຈາກບັນດາຝ່າຍ. ພື້ນຖານຂອງການພົວພັນຈີນ-ອາເມຣິກາແມ່ນຢູ່ນຳປະຊາຊົນ, ຄວາມຫວັງແມ່ນຢູ່ນຳປະຊາຊົນ, ອະນາຄົດແມ່ນຢູ່ນຳຊາວໜຸ່ມ ແລະພະລັງຊີວິດແມ່ນຢູ່ນຳທ້ອງຖິ່ນ. ຂ້າພະເຈົ້າໃຫ້ຄວາມສຳຄັນສູງ ແລະສະໜັບສະໜູນການແລກປ່ຽນລະຫວ່າງທຸກວົງການ ແລະການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງຈີນ ແລະອາເມຣິກາ. ຫວັງວ່າການເດີນທາງຢ້ຽມຢາມຂອງທ່ານໃນຄັ້ງນີ້ຈະສາມາດເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການເປີດກວ້າງການຮ່ວມມືລະຫວ່າງຈີນ ແລະລັດກາລິຟໍເນຍ, ຊຸກຍູ້ການພົວພັນຈີນ-ອາເມຣິກາພັດທະນາໄປຢ່າງປອດໃສ ແລະໝັ້ນທ່ຽງ.

 

ທ່ານນິວຊອມກ່າວວ່າ: ຂ້າພະເຈົ້າເຫັນດີນຳຫຼັກການທີ່ຍຶດໝັ້ນຂອງທ່ານສີຈິ້ນຜິງ ປະທານປະເທດຈີນໃນການພັດທະນາການພົວພັນອາເມຣິກາ-ຈີນ, ຍິນດີຊຸກຍູ້ໃຫ້ລັດກາລິຟໍເນຍເພີ່ມທະວີການໄປມາຫາສູ່ ແລະການແລກປ່ຽນກັນກັບຈີນ, ສຸມໃສ່ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ພະລັງງານໃໝ່ ແລະອື່ນໆ. ລັດກາລິຟໍເນຍຍິນດີເປັນຄູ່ຮ່ວມມືຂອງຈີນແບບຍາວນານ, ໝັ້ນຄົງ ແລະເຂັ້ມແຂງ.