ທີ່ເປິກສາວຽກງານການຕ່າງປະເທດຂອງປະທານາທິບໍດີຝຣັ່ງຈະມາຈີນເພື່ອຈັດງານສົນທະນາຍຸດທະສາດຈີນ-ຝຣັ່ງ

2023-10-28 15:37:01 CRI

    


    ວັນທີ 27 ຕຸລານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ໂດຍຕອບສະຫນອງຕາມຄຳເຊີນຂອງທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວຫນ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນ, ທ່ານແອມມານູແອນ ໂບນເນ ທີ່ເປິກສາວຽກງານການຕ່າງປະເທດຂອງປະທານາທິບໍດີຝຣັ່ງຈະເດີນທາງມາຈີນເພື່ອຈັດງານສົນທະນາຍຸດທະສາດຈີນ-ຝຣັ່ງແຕ່ວັນທີ 29 ຫາ 30 ຕຸລານີ້.