ຈີນຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຢຸດຍິງໂດຍໄວເພື່ອຮັບປະກັນເຂດຊາຍແດນຈີນ-ມຽນມາມີຄວາມໝັ້ນຄົງ ແລະ ສະຖຽນລະພາບ

2023-10-28 11:15:27 CRI


    ວັນທີ 27 ຕຸລານີ້, ທ່ານນາງເມົານີງຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຂ່າວແຈ້ງວ່າ, ຫວ່າງມໍ່ໆມານີ້, ກອງທະຫານມຽນມາ ກັບ ກອງທະຫານພັນທະມິດປະຊາທິປະໄຕແຫ່ງຊາດມຽນມາໄດ້ປະທະກັນດ້ວຍກຳລັງອາວຸດ. ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?


     ທ່ານນາງເມົົານີງກ່າວວ່າ: ຈີນໄດ້ຕິດຕາມການປະທະກັນທີ່ກ່ຽວຂ້ອງໃນລະດັບສູງ, ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງຢຸດຍິງໂດຍໄວ,ຍຶດໝັ້ນແກ້ໄຂຂໍ້ຂັດແຍ້ງໂດຍຜ່ານການຫາລືສົນທະນາກັນ ແລະດ້ວຍສັນຕິວິທີ, ຫຼີກເວັ້ນບໍ່ໃຫ້ສະຖານະການຮ້າຍແຮງຂຶ້ນ, ພ້ອມທັງໃຊ້ມາດຕະການທີ່ບັງເກີດຜົນເພື່ອຮັບປະກັນເຂດຊາຍແດນຈີນ-ມຽນມາໃຫ້ມີຄວາມໝັ້ນຄົງ ແລະ ສະຖຽນລະພາບ.