ສາຍການບິນຂົນສົ່ງສິນຄ້າສາກົນຂອງສະໜາມບິນຂົນສົ່ງສິນຄ້າສະເພາະແຫ່ງທຳອິດຂອງຈີນໄດ້ເພີ່ມຂຶ້ນຮອດ 10 ສາຍ

2023-10-29 15:19:53 cri

 

    ເວລາ 10 ໂມງ 56 ນາທີຂອງວັນທີ 28 ຕຸລານີ້, ຄຽງຄູ່ກັບສາຍການບິນຂົນສົ່ງສິນຄ້າສາກົນລະຫວ່າງນະຄອນເອີ້ໂຈ່ວປະເທດຈີນ ແລະ ນະຄອນໂອຊະກະປະເທດຍີ່ປຸ່ນໄດ້ເປີດບໍລິການຢ່າງເປັນທາງການ, ສາຍການບິນຂົນສົ່ງສິນຄ້າສາກົນຂອງສະໜາມບິນຂົນສົ່ງສິນຄ້າສະເພາະແຫ່ງທຳອິດຂອງຈີນ ຄື: ສະໜາມບິນຮວ່າຫູນະຄອນເອີ້ໂຈ່ວ ໄດ້ເພີ່ມຂຶ້ນຮອດ 10 ສາຍ, ເຊິ່ງໄດ້ເພີ່ມທະວີຄວາມສາມາດດ້ານການຂົນສົ່ງສິນຄ້າສາກົນຕື່ມອີກ.

    ສະໜາມບິນຮວ່າຫູນະຄອນເອີ້ໂຈ່ວໄດ້ເປີດບໍລິການຢ່າງເປັນທາງການໃນເດືອນກໍລະກົດ 2022.