ນັກການທູດຈີນ: ອັນທີ່ເອີ້ນວ່າ “ຜູ້ຊ່ຽວຊານກ່ຽວກັບຈີນ” ຂອງອາເມຣິກາຈຳນວນໜຶ່ງມີຄວາມຮັບຮູ້ຕໍ່ຈີນພຽງແຕ່ໜ້ອຍດຽວເທົ່ານັ້ນ

2023-10-30 17:12:55 cri


    ກອງປະຊຸມເປິກສາຫາລືຊ່ຽງຊ່ານປັກກິ່ງຄັ້ງທີ 10 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຈີນລະຫວ່າງວັນທີ 29-31 ຕຸລານີ້. ຕອນເຊົ້າຂອງວັນທີ 29 ຕຸລານີ້, ທ່ານຊຸ່ຍທ່ຽນໄຂ ອະດີດເອກອັກຄະລັດຖະທູດຈີນປະຈຳອາເມຣິກາໄດ້ເວົ້າເຖິງສະມາຊິກລັດຖະສະພາຜູ້ຕໍ່ຕ້ານຈີນຂອງອາເມຣິກາຈຳນວນໜຶ່ງຢູ່ໃນກອງປະຊຸມ.

    ທ່ານຊຸ່ຍທ່ຽນໄຂກ່າວວ່າ: ອັນທີ່ເອີ້ນວ່າ“ຜູ້ຊ່ຽວຊານກ່ຽວກັບຈີນ” ຈຳນວນໜຶ່ງຂອງອາເມຣິກາ, ທີ່ຈິງແລ້ວບໍ່ເຂົ້າໃຈປະເທດຈີນຢ່າງແທ້ຈິງ, ສ່ວນໃຫຍ່ໃນພວກເຂົາເຈົ້າບໍ່ເຄີຍມາຢ້ຽມຢາມປະເທດຈີນຈັກເທື່ອ, ກໍບໍ່ຮູ້ວ່າປະເທດຈີນທີ່ແທ້ຈິງເປັນຄືແນວໃດກັນແທ້, ບໍ່ເຂົ້າໃຈວ່າຈີນເປັນຫຍັງຄືຈັດຕັ້ງປະຕິບັດນະໂຍບາຍແບບນີ້ ແລະ ເດີນຕາມເສັ້ນທາງແບບນີ້, ພວກເຂົາເຈົ້າມີຄວາມຮັບຮູ້ຕໍ່ຈີນພຽງແຕ່ໜ້ອຍດຽວເທົ່ານັ້ນ, ຕີລາຄາຕໍ່ປະເທດຈີນໂດຍອາໄສການຈິນຕະນາການ, ຈົນກະທັ້ງຄວາມລະແວງສົງໄສຂອງຕົນ, ນີ້ຈະນຳເອົາຜົນຮ້າຍໃຫ້ແກ່ພວກເຂົາເຈົ້າເອງ.

    ທ່ານຊຸ່ຍທ່ຽນໄຂເຫັນວ່າ: ສອງປະເທດຈີນ-ອາເມຣິກາລ້ວນແຕ່ຕ້ອງດຳເນີນງານໂດຍອີງຕາມສະພາບຕົວຈິງ, ຕ້ອງມີຄວາມຮັບຮູ້ ແລະ ການວິນິດໄສ ຕໍ່ຝ່າຍກົງກັນຂ້າມບົນພື້ນຖານສະພາບຄວາມເປັນຈິງ.