ບໍລິມາດເຂົ້າອອກສິນຄ້າຢູ່ທ່າກຳປັ່ນຂອງຈີນໃນສາມໄຕມາດປີນີ້ເພີ່ມຂຶ້ນ 8,5% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ

2023-10-30 11:06:05 CRI

    ອີງຕາມຕົວເລກຫຼ້າສຸດທີ່ກະຊວງຄົມມະນາຄົມຂົນສົ່ງຈີນປະກາດໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ໃນສາມໄຕມາດປີນີ້, ບໍລິມາດເຂົ້າອອກສິນຄ້າຢູ່ທ່າກຳປັ່ນຂອງຈີນໄດ້ບັນລຸເຖິງ 12 ຕື້ 540 ລ້ານໂຕນ, ເພີ່ມຂຶ້ນ 8,5% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ໃນນັ້ນ,ໃນໄຕມາດທີ 3 ໄດ້ເພີ່ມຂຶ້ນ 9,5%. ນັບແຕ່ປີນີ້ເປັນຕົ້ນມາ, ຈັງຫວະການເຕີບໂຕຂອງບໍລິມາດເຂົ້າອອກສິນຄາຢູ່ທ່າກຳປັ່ນຂອງຈີນໄດ້ຮັກສາຢູ່ໃນລະດັບອ່າວສູງ, ຄວາມຕ້ອງການນຳເຂົ້າສິນຄ້າລາຍໃຫຍ່ຕົ້ນຕໍຂອງຈີນແຂງແຮງທີ່ສຸດ, ແຮ່ເຫຼັກ, ຖ່ານຫີນ ແລະ ທັນຍາຫານນັບລວມແລ້ວໄດ້ນຳເຂົ້າ 1 ຕື້ 340 ລ້ານໂຕນ, ເພີ່ມຂຶ້ນ 18,3% ເມື່ອທຽບກັບໄລຍະດຽວກັນຂອງປີກາ.



    ບໍລິມາດເຂົ້າອອກສິນຄ້າທີ່ເພີ່ມຂຶ້ນຫຼາຍຢ່າງວ່ອງໄວໄດ້ສ່ອງແສງໃຫ້ເຫັນເຖິງທ່າອຽງທີ່ດີຂຶ້ນດ້ານຄວາມຕ້ອງການບໍລິໂພກພາຍໃນປະເທດຈີນທີ່ເພີ່ມຂຶ້ນ ພ້ອມທັງ ການເຄື່ອນໄຫວເສດຖະກິດກ້າວສູ່ຄວາມໝັ້ນທ່ຽງ ແລະ ຍົກລະດັບສູງຂຶ້ນໄດ ສະແດງໃຫ້ເຫັນວ່າ, ເສດຖະກິດ ແລະ ການຄົມມະນາຄົມຂົນສົ່ງຂອງຈີນໄດ້ຟື້ນຟູຄືນ ແລະ ຮັກສາຄວາມໝັ້ນທ່ຽງຢ່າງຕໍ່ເນື່ອງ ພ້ອມທັງການຈໍລະຈອນສິນຄ້າຮັກສາຄວາມສະດວກຕື່ມອີກ.