ຈຸນັກບິນອະວະກາດຍານອະວະກາດບັນທຸກຄົນ “ເຊີນໂຈ່ວ16” ອອກຈາກຍານຢ່າງປອດໄພ ແລະ ສະດວກ

2023-10-31 11:34:32 CRI


    ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ເວລາ 9 ໂມງ 10 ນາທີຂອງວັນທີ 31 ຕຸລາປີ 2023, ທ່ານຈິງໄຫເພີງ, ທ່ານຈູ່ຢ໋າງຈູ້ ແລະ ທ່ານກຸ້ຍໄຫຊາວ ເຊິ່ງເປັນຈຸນັກບິນອະວະກາດຂອງຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 16” ໄດ້ອອກຈາກຍານຢ່າງປອດໄພ ແລະ ສະດວກ, ເຂົາເຈົ້າມີສະຂຸພາບແຂງແຮງດີ.



    ມາຮອດປັດຈຸບັນ, ນັກບິນອະວະກາດຈິງໄຫເພີງໄດ້ສຳເລັດການເດີນທາງໄປອະວະກາດເທື່ອທີ 4 ຢ່າງສຳເລັດຜົນ, ນັບລວມແລ້ວ,ໄດ້ປະຕິບັດພາລະກິດຕາມວົງໂຄຈອນມາເປັນເວລາຫຼາຍກວ່າ 200 ວັນໂດຍກາຍເປັນນັກບິນອະວະກາດຈີນທີ່ໄດ້ປະຕິບັດພາລະກິດການບິນອະວະກາດຈຳນວນຫຼາຍທີ່ສຸດ.



     ຍານອະວະກາດບັນທຸກຄົນ “ເຊີນໂຈ່ວ16”  ຖືກຍິງສົ່ງຂຶ້ນສູ່ອະວະກາດຢູ່ສູນຍິງສົ່ງດາວທຽມຈີວຊວນໃນວັນທີ 30 ພຶດສະພາປີ 2023, ນັກບິນອະວະກາດ 3 ທ່ານໄດ້ປະຈຳການຢູ່ອະວະກາດເປັນເວລາ 154 ວັນ, ໃນໄລຍະນີ້, ເຂົາເຈົ້າໄດ້ອອກຈາກສະຖານີເທື່ອໜຶ່ງເທື່ອ ແລະ ສຳເລັດການສອນຫຼັກສູດອະວະກາດເທື່ອທີ 4 ຢູ່ສະຖານີອະວະກາດຂອງຈີນ. ພ້ອມກັນນັ້ນ, ເຂົາເຈົ້າຍັງໄດ້ດຳເນີນການທົດລອງວິທະຍາສາດຫຼາຍລາຍການ ເຊັ່ນ: ການແພດອະວະກາດ, ເຕັກນິກຊີວະພາບ ແລະ ເຕັກນິກການບິນອະວະກາດເປັນຕົ້ນ ໂດຍໄດ້ຢວ່າງບາດກ້າວທີ່ສຳຄັນຈາກການກໍ່ສ້າງຫັນເປັນການນຳໃຊ້, ຈາກການລົງທຶນຫັນເປັນການຜະລິດຂອງໂຄງການການບິນອະວະກາດບັນທຸກຄົນ.