ປະທານາທິບໍດີ ສ.ເກົາຫຼີໃຫ້ຄຳໝັ້ນສັນຍາຕໍ່ປະຊາຊົນຂອງຕົນວ່າ ຈະຖືເອົາການຮັບປະກັນຄວາມໝັ້ນທ່ຽງຂອງລາຄາສິນຄ້າ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄວ້ຢູ່ໃນຖານະສຳຄັນທີ່ສຸດ

2023-10-31 17:24:47 cri


    ວັນທີ 31 ຕຸລານີ້, ທ່ານ ຢູນຊົກເຢວ ປະທານາທິບໍດີ ສ.ເກົາຫຼີໄດ້ກ່າວປາຖະກະຖາດ້ານການບໍລິຫານປະເທດຕາມແຜນງົບປະມານປີ 2024, ໂດຍກ່າວວ່າ, ລັດຖະບານ ສ. ເກົາຫຼີຈະຖືເອົາການຮັບປະກັນຄວາມໝັ້ນທ່ຽງຂອງລາຄາສິນຄ້າ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄວ້ຢູ່ໃນຖານະສຳຄັນທີ່ສຸດ.

    ທ່ານ ຢູນຊົກເຢວກ່າວຕື່ມວ່າ, ເຖິງວ່າເສດຖະກິດ ສ. ເກົາຫຼີພວມດີຂຶ້ນເທື່ອລະກ້າວກໍຕາມ, ແຕ່ປະຊາຊົນເຫັນວ່າລາຄາສິນຄ້າຍັງສູງຂຶ້ນຫຼາຍ, ອັດຕາດອກເບ້ຍສູງທີ່ດຳເນີນມາເປັນເວລາດົນໄດ້ເພີ່ມພາລະໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ, ລັດຖະບານຈະສຸມກຳລັງເຂົ້າໃນການແກ້ໄຂບັນຫານີ້. ທ່ານຍັງໃຫ້ຄຳໝັ້ນສັນຍາວ່າຈະເລີ່ມປະຕິບັດລະບົບຮັບປະກັນຄວາມໝັ້ນທ່ຽງຂອງລາຄາສິນຄ້າແບບຂ້າມພາກສ່ວນ, ພ້ອມທັງຈະຫຼຸດຜ່ອນພາລະດ້ານຄ່າຄອງຊີບຂັ້ນພື້ນຖານ ເຊັ່ນ: ການພັກພາອາໄສ, ການຄົມມະນາຄົມ, ການສື່ສານ ແລະ ອື່ນໆຂອງຜູ້ດ້ອຍໂອກາດ.

    ທ່ານ ຢູນຊົກເຢວ ຊີ້ໃຫ້ເຫັນວ່າ, ການປະຕິຮູບໃຫຍ່ 3 ປະການ ຄື: ການສຶກສາ, ການອອກແຮງງານ ແລະ ຄ່າລ້ຽງຊີບຜູ້ອາຍຸສູງແມ່ນຫົວຂໍ້ທີ່ເປັນບຸລິມະສິດທີ່ສຸດໃນການບໍລິຫານປະເທດ ແລະ ລັດຖະບານຈະຕັ້ງໜ້າເຂົ້າຮ່ວມການວາງແຜນປະຕິຮູບຄ່າລ້ຽງຊີບຜູ້ອາຍຸສູງ.