ຈີນເຊັນສັນຍາການຮ່ວມມືດ້ານວິທະຍາສາດເຕັກນິກລະຫວ່າງລັດຖະບານກັບ 80 ກວ່າປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”

2023-10-31 11:21:45 CRI

    ວັນທີ 30 ຕຸລານີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນຳສະພາບທີ່ກ່ຽວຂ້ອງກັບກອງປະຊຸມແລກປ່ຽນດ້ານວິທະຍາສາດເຕັກນິກ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທຳອິດ.



    ທ່ານຈ່າງກວາງຈວິ່ນ ຮອງລັດຖະມົນຕີກະຊວງວິທະຍາສາດເຕັກນິກຈີນກ່າວວ່າ:ໃນຖານະທີ່ເປັນເນື້ອໃນສຳຄັນຂອງການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”, ການຮ່ວມມືປະດິດສ້າງດ້ານເຕັກນິກຖືເອົາແນວຄິດສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເປັນທິດຊີ້ນຳ,ຖືເອົາມາດຕະຖານສູງ,ການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ແບບຍືນຍົງເປັນເປົ້າໝາຍ ແລະ ປະຕິບັດຕາມຫຼັກການຫາລືຮ່ວມກັນ ກໍ່ສ້າງຮ່ວມກັນ ແລະ ຊົມໃຊ້ຮ່ວມກັນມາໂດຍຕະຫຼອດ.

 

     ນັບແຕ່ການສະເໜີຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນເວລາ10 ປີມານີ້, ຈີນໄດ້ເຊັນສັນຍາການຮ່ວມມືດ້ານວິທະຍາສາດເຕັກນິກລະຫວ່າງລັດຖະບານກັບ 80 ກວ່າປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍໄດ້ຮັບຜົນງານຕົວຈິງໃນຫຼາຍໆດ້ານ ເຊັ່ນ: ຮ່ວມກັນຊຸກຍູ້ການແລກປ່ຽນດ້ານວັດທະນະທຳ, ຍົກສູງຄວາມສາມາດດ້ານການຄົ້ນຄວ້າວິທະຍາສາດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຄ້ຳຊູອຸດສາຫະກຳໃຫ້ພັດທະນາ ແລະ ຊ່ວຍສືບທອດອະລິຍະທຳເປັນຕົ້ນ.