ຈີນຍຶດໝັ້ນຢູ່ນຳຝ່າຍຍຸຕິທຳ ແລະ ເປັນທຳກ່ຽວກັບບັນຫາການປະທະກັນລະຫວ່າງປາແລັດສະຕີນ-ອິດສະຣາແອນ

2023-10-31 17:18:29 cri

 


    ວັນທີ  31 ຕຸລານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ, ມີນັກຂ່າວຖາມວ່າ: ຈີນຈະເປັນປະເທດປະທານໝູນວຽນປະຈຳເດືອນພະຈິກຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດເລີ່ມແຕ່ວັນທີ 1 ພະຈິກໜ້ານີ້, ຈີນມີແຜນຈະສະເໜີມະຕິໃດບໍ່  ກ່ຽວກັບສະຖານະການປາແລັດສະຕີນ-ອິດສະຣາແອນໃນໄລຍະເປັນປະເທດປະທານໝູນວຽນ?

    ທ່ານວ່າງເວີນປິ່ນຕອບວ່າ, ຕໍ່ກັບບັນຫາປາແລັດສະຕີນ-ອິດສະຣາແອນ, ຈີນຍຶດໝັ້ນຢູ່ນຳຝ່າຍຍຸຕິທຳ ແລະ ເປັນທຳ, ກ່າວປະນາມ ແລະ ຄັດຄ້ານທຸກການກະທຳທີ່ທຳຮ້າຍປະຊາຊົນ ແລະ ລະເມີດກົດໝາຍສາກົນຢ່າງສະເໝີຕົ້ນສະເໝີປາຍ, ສຸມກຳລັງເຂົ້າໃນການຮ່ວມກັບປະຊາຄົມໂລກຊຸກຍູ້ໃຫ້ຍຸດຕິການປະທະກັນ, ຮັບປະກັນຄວາມປອດໄພຂອງປະຊາຊົນ, ຊຸກຍູ້ການຊ່ວຍເຫຼືອດ້ານມະນຸດສະທຳ, ສະກັດກັ້ນບໍ່ໃຫ້ເກີດໄພພິບັດດ້ານມະນຸດສະທຳທີ່ໜັກໜ່ວງ, ຊຸກຍູ້ໃຫ້ບັນຫາປາແລັດສະຕີນໄດ້ຮັບການແກ້ໄຂຢ່າງຮອບດ້ານ, ທ່ຽງທຳ ແລະ ຍາວນານ. ຈີນຈະສຸມຄວາມພະຍາຍາມຕໍ່ເລື່ອງນີ້ຢູ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຢ່າງບໍ່ລົດລະ.