ຈີນຫວັງໃຫ້ມະຕິກ່ຽວກັບສະຖານະການປາແລັດສະຕີນ-ອິດສະຣາແອນທີ່ຮັບຮອງໃນກອງປະຊຸມວິສາມັນຂອງສະມັດຊາໃຫຍ່ອົງການສປຊນັ້ນໄດ້ຮັບການຈັດຕັ້ງປະຕິບັດຢ່າງຮອບດ້ານ

2023-10-31 14:44:57 cri


   ວັນທີ30ຕຸລານີ້,ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານຈັດກອງປະຊມຖະແຫຼງຂ່າວ. ທ່ານແນະນຳໃຫ້ຮູ້ວ່າ: ປັດຈຸບັນ, ກອງປະຊຸມວິສາມັນຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບສະຖານະການປາແລັດສະຕີນ-ອິດສະຣາແອນທີ່ສະເໜີໂດຍປະເທດອາຣັບ,ໂດຍຮຽກຮ້ອງໃຫ້ຢຸດຍິງດ້ານມະນຸດສະທຳຢູ່ເຂດກາຊາໃນທັນທີ,ກ່າວປະນາມຄວາມຮຸນແຮງທຸກຢ່າງທີ່ແນໃສ່ປະຊາຊົນ,ທັງຮຽກຮ້ອງໃຫ້ບັນດາຝ່າຍປົກປ້ອງປະຊາຊົນແລະສິ່ງກໍ່ສ້າງພົນລະເຮືອນ.


   ທ່ານວ່າງເວີນປີ່ນຊີ້ໃຫ້ເຫັນວ່າ: ກອງປະຊຸມວິສາມັນຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງເອົາຮ່າງມະຕິດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ ສ່ອງແສງໃຫ້ເຫັນເຖິງຄວາມຮຽກຮ້ອງອັນແຮງກ້າທີ່ປະຊາຄົມໂລກຮຽກຮ້ອງໃຫ້ຢຸດຍິງ,ທັງສ່ອງແສງໃຫ້ເຫັນເຖິງຄວາມຫວັງຂອງປະຊົນໃນບັນຫາທີ່ຍິງກັນຫຼືວ່າເອົາສັນຕິພາບ. ຈີນຫວັງໃຫ້ມະຕິສະບັບນີ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຮອບດ້ານ,ເຂດກາຊາຟື້ນຟູສັນຕິພາບແລະສະຖຽນລະພາບໂດຍໄວເທົ່າທີ່ຈະໄວໄດ້,ຄວາມປອດໄພຂອງປະຊາຊົນໄດ້ຮັບການຮັບປະກັນຢ່າງມີປະສິດທິຜົນ,ບັນຫາປາແລັດສະຕີນ-ອິດສະຣາແອນໄດ້ຮັບການແກ້ໄຂຢ່າງຮອບດ້ານ,ທ່ຽງທຳແລະຖາວອນໂດຍໄວເທົ່າທີ່ຈະໄວໄດ້.