ເວທີເປິກສາຫາລືຊ່ຽງຊ່ານປັກກິ່ງ ຈຸດປະສົງຢ່າງໜຶ່ງແມ່ນເພື່ອເຮັດໃຫ້ບັນດາຝ່າຍອອກສຽງຂອງຕົນໄດ້

2023-10-31 11:51:51 cri


   ວັນທີ30ຕຸລານີ້,ທ່ານອູຊ່ຽນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ແລກປ່ຽນຄຳຄິດເຫັນກັບທ່ານນາງຄາເຣັສ ຫົວໜ້າວຽກງານຈີນຜູ້ຊ່ວຍວຽກຂອງຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາຢູ່ເວທີເປິກສາຫາລືຊ່ຽງຊານປັກກິ່ງຈີນຄັ້ງທີ10. ທ່ານອູຊ່ຽນກ່າວວ່າ: ເວທີເປິກສາຫາລືຊ່ຽງຊານແມ່ນເວທີທີ່ດີຫຼາຍ ເຊິ່ງເຮັດໃຫ້ຄົນທັງຫຼາຍສາມາດຕິດຕໍ່ພົວພັນແລະແລກປ່ຽນຄວາມຄິດເຫັນກັນໄດ້. ແນ່ນອນແລ້ວ,ການແລກປ່ຽນນີ້ ບໍ່ແມ່ນເພື່ອແລກປ່ຽນກັນເທົ່ານັ້ນ,ແຕ່ຫາກແມ່ນແລກປ່ຽນເນື້ອໃນທີ່ມີລັກສະນະທາດແທ້. ອາເມຣິກາຄວນໃຊ້ການກະທຳຕົວຈິງ,ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການແລກປ່ຽນກັນລະຫວ່າງກອງທັບສອງຊາດ.


   ທ່ານອູຊ່ຽນກ່າວຕື່ມວ່າ: ຈຸດປະສົງຢ່າງໜຶ່ງທີ່ຈັດຕັ້ງເວທີເປິກສາຫາລືຊ່ຽງຊ່ານປັກກິ່ງແມ່ນເພື່ອຢາກໃຫ້ທຸກຝ່າຍອອກສຽງຂອງຕົນໄດ້. ພວກເຮົາເຫັນມາໂດຍຕະຫຼອດວ່າ ຫາງສຽງສາກົນບໍ່ຄວນໃຫ້ໜຶ່ງຫຼືສອງປະເທດໃຫຍ່ເປັນຜູ້ຄວບຄຸມ,ແຕ່ຫາກແມ່ນຕ້ອງກວມລວມສຽງຂອງຝ່າຍຕ່າງໆ. ບໍ່ຄວນໃຫ້ປະເທດຈຳນວນໜ້ອຍມີຄວາມໝັ້ນຄົງເທົ່ານັ້ນ,ຄວາມໝັ້ນຄົງນີ້ຍິ່ງບໍ່ຄວນສະແຫວງຫາແຕ່ຄວາມໝັ້ນຄົງໄລຍະສັ້ນອີກດ້ວຍ.