ກະຊວງການຕ່າງປະເທດຈີນ:ອຸມົງບິດາຂອງຊາດບັງກະລາເດັດແມ່ນແບບຢ່າງທີ່ມີຊີວິດຊີວາອີກແຫ່ງໜຶ່ງທີ່ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ສ້າງຜົນປະໂຫຍດໃຫ້ແກ່ຄູູ່ຮ່ວມມື

2023-11-01 10:51:07 CRI

     ວັນທີ 31 ຕຸລາແລ້ວນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ:ປັດຈຸບັນ, ອຸມົງບິດາຂອງຊາດບັງກະລາເດັດທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນໄດ້ເລີ່ມເປີດນຳໃຊ້, ກາຍເປັນຜົນງານໃໝ່ທີ່ຈີນ ກັບ ບັງກະລາເດັດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ທ່ານໂຄສົກມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?



     ທ່ານວ່າງເວີນປິ່ນຕອບວ່າ: ອຸມົງບິດາຂອງຊາດບັງກະລາເດັດເປັນອຸມົງໃຕ້ນ້ຳສາຍທຳອິດຂອງອາຊີໃຕ້,ຈະມີຜົນດີໃຫ້ບັງກະລາເດັດເຊື່ອມຕໍ່ກັບປະເທດອ້ອມຂ້າງ, ແມ່ນແບບຢ່າງທີ່ມີຊີວິດຊີວາອີກແຫ່ງໜຶ່ງທີ່ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ສ້າງຜົນປະໂຫຍດໃຫ້ແກ່ຄູ່ຮ່ວມມື ແລະ ຊຸກຍູ້ໃຫ້ພັດທະນາຮ່ວມກັນ. ເຊື່ອໝັ້ນວ່າອຸມົງບິດາຂອງຊາດບັງກະລາເດັດຈະຊຸກຍູ້ໃຫ້ເສດຖະກິດສັງຄົມຂອງບັງກະລາເດັດພັດທະນາໄປຢ່າງແຂງແຮງ ແລະ ເພີ່ມຄວາມສຸກໃຫ້ແກ່ປະຊາຊາຊົນທັງຫຼາຍ.


    ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ຈີນຍິນດີຮ່ວມກັບຄູ່ຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ກ້າວສູ່ໄລຍະໃໝ່ທີ່ພັດທະນາຢ່າງມີຄຸນນະພາບໃນລະດັບສູງ, ສຸມໃສ່ໃຫ້ທົ່ວໂລກຫັນເປັນທັນສະໄໝທີ່ພັດທະນາໂດຍສັນຕິ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຈະເລີນຮຸ່ງເຮືອງຮ່ວມກັນ.