ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ເປິກສາຫາລື ກ່ຽວກັບການອະນຸລັກລະບົບນິເວດ

2023-11-01 16:28:58 cri


    ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນຕອນເຊົ້າວັນທີ 31 ຕຸລາແລ້ວນີ້ ໂດຍໄດ້ເປິກສາຫາລືກ່ຽວກັບ“ເພີ່ມທະວີການອະນຸລັກສິ່ງແວດລ້ອມທຳມະຊາດ, ຊຸກຍູ້ການສ້າງປະເທດຈີນທີ່ສວຍງາມ”

    ທ່ານ ເຮີລີ້ເຟີ່ງ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນກ່າວວ່າ: ຕ້ອງເລັ່ງລັດການຫັນເປັນຮູບແບບການພັດທະນາແບບປ່ອຍກາກບອນຕ່ຳ, ເພີ່ມທະວີການອະນຸລັກ ແລະ ຟື້ນຟູລະບົບນິເວດ, ຕັ້ງໜ້າຊຸກຍູ້ໃຫ້ການປ່ອຍກາກບອນບັນລຸເຖິງຈຸດສູງສຸດ ແລະ ການປອດການປ່ອຍກາກບອນ, ຊຸກຍູ້ການສ້າງປະເທດຈີນທີ່ສວຍງາມໃຫ້ໄດ້ຮັບປະສິດທິຜົນຢ່າງແທ້ຈິງ.