ຈີນ:ໜ້າທີ່ຮີບດ່ວນໃນປັດຈຸບັນແມ່ນຈັດຕັ້ງປະຕິບັດມະຕິກອງປະຊຸມສະມັດຊາໃຫຍ່ອົງການສປຊຢ່າງຮອບດ້ານ,ຢຸດຍິງແລະສະກັດກັ້ນຄວາມຮຸນແຮງເພື່ອຫຼີກເວັ້ນບໍ່ໃຫ້ສະຖານະການຮ້າຍແຮງລົງຕື່ມອີກ

2023-11-01 14:31:54 cri


ວັນທີ31ຕຸລາຜ່ານມານີ້,ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ:ອິດສະຣາແອນກ່າວປະຕິເສດມະຕິກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດທີ່ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?


ທ່ານວ່າງເວີນປີ່ນຕອບວ່າ: ມະຕິກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະບັບນີ້ຮຽກຮ້ອງໃຫ້ຢຸດຍິງໃນທັນທີ, ຮຽກຮ້ອງທຸກຝ່າຍຈົ່ງເຄົາລົບກົດໝາຍສາກົນແລະປົກປ້ອງປະຊາຊົນ, ເຊິ່ງສ່ອງແສງໃຫ້ເຫັນເຖິງສຽງຮຽກຮ້ອງທີ່ແຮ້ງກາຂອງປະເທດຈຳນວນຫຼາຍ. ການປະທະກັນລະຫວ່າງປາແລັດສະຕີນກັບອິດສະຣາແອນເກີດຂຶ້ນເທື່ອແລ້ວເທື່ອອີກ ສາເຫດພື້ນຖານແມ່ນເປັນຍ້ອນວ່າ ດິນແດນປາແລັດສະຕີນຖືກຍຶດຄອງແບບຜິດກົດໝາຍມາເປັນເວລາດົນນານ,ສິດຂອງປະຊາຊົນປາແລັດສະຕີນໃນການສ້າງຕັ້ງປະເທດຂອງຕົນເອງຖືກເບິ່ງຂ້າມມາເປັນເວລາດົນນານ,ສິດພື້ນຖານຂອງປະຊາຊົນປາແລັດສະຕີນບໍ່ໄດ້ຮັບການຮັບປະກັນຢ່າງຍາວນານແລະເຖິງຖອງ.


ທ່ານວ່າງເວີນປີ່ນກ່າວຕື່ມວ່າ:ບັນດາປະເທດລ້ວນແຕ່ມີສິດປ້ອງກັນຕົວເອງ, ແຕ່ຕ້ອງເຄົາລົບກົດໝາຍສາກົນ,ໂດຍສະເພາະແມ່ນກົດໝາຍວ່າດ້ວຍມະນຸດສະທຳສາກົນ. ໜ້າທີ່ຮີບດ່ວນໃນປັດຈຸບັນແມ່ນຈັດຕັ້ງປະຕິບັດມະຕິກອງປະຊຸມສະມັດຊາໃຫຍ່ອົງການສປຊຢ່າງຮອບດ້ານ,ຢຸດຍິງແລະສະກັດກັ້ນຄວາມຮຸນແຮງ,ຫຼີກເວັ້ນບໍ່ໃຫ້ສະຖານະການຮ້າຍແຮງລົງຕື່ມອີກ,ປ້ອງກັນບໍ່ໃຫ້ເກີດໄພມະນຸດສະທຳຫຼາຍກວ່າເກົ່າ. ທາງອອກພື້ນຖານທີ່ແກ້ໄຂບັນຫາປາແລັດສະຕີນແມ່ນຈັດຕັ້ງປະຕິບັດ“ແຜນການສອງປະເທດ” ເພື່ອໃຫ້ປາແລັດສະຕີນແລະອິດສະຣາແອນຢູ່ຮ່ວມກັນໂດຍສັນຕິ.