ຈີນໃຫ້ຄຳຕອບກ່ຽວກັບຄະນະຜູ້ແທນກອງບິນເສືອອາກາດຂອງອາເມຣິກາຢ້ຽມຢາມຈີນ

2023-11-02 10:48:52 CRI

    ວັນທີ 1 ພະຈິກນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຫຼັງຈາກໄດ້ຮັບຈົດໝາຍຕອບຄືນຂອງທ່ານສີຈິ້ນຜິງປະທານປະເທດຈີນໃນເດືອນກັນຍາປີນີ້, ຄະນະຜູ້ແທນກອງບິນເສືອອາກາດອາເມຣິກາ ເຊິ່ງລວມທັງປະທານມູນນິທິມໍລະດົກທາງອາກາດອາເມຣິກາ-ຈີນ ແລະ ນັກຮົບເກົ່າກອງບິນເສືອອາກາດກຳລັງຢ້ຽມຢາມຈີນ. ຂໍໃຫ້ທ່ານໂຄສົກແນະນຳສະພາບທີ່ກ່ຽວຂ້ອງ, ນ້ຳໃຈກອງບິນເສືອອາກາດໄດ້ເສີມຂະຫຍາຍບົດບາດຄືແນວໃດຢູ່ລະຫວ່າງປະຊາຊົນຈີນ-ອາເມຣິກາ?



    ທ່ານວ່າງເວີນປິ່ນຕອບວ່າ: ກອງບິນເສືອອາກາດເປັນເຄື່ອງໝາຍອັນໜຶ່ງທີ່ປະຊາຊົນສອງປະເທດຈີນ-ອາເມຣິກາຄ້ຳຊູຊ່ວຍເຫຼືອເຊິ່ງກັນແລະກັນ. ໃນໄລຍະຊ່ວຍເຫຼືອຈີນຕໍ່ຕ້ານຍີ່ປຸ່ນ, ນັກຮົບກອງບິນເສືອອາກາດ 2.000 ກວ່າຄົນໄດ້ເສຍສະຫຼະຊີວິດ, ປະຊາຊົນຈີນຫຼາຍພັນຄົນກໍໄດ້ເສຍສະຫຼະຊີວິດຂອງຕົນໃນຂະບວນການກອບກູ້ຊ່ວຍເຫຼືອນັກບິນຜູ້ປະສົບກັບຄວາມສ່ຽງໄພ.



   ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ໃນຍຸກໃໝ່, ການພົວພັນຈີນ-ອາເມຣິກາຂະຫຍາຍຕົວຢ່າງປອດໃສຕ້ອງການສະມາຊິກກອງບິນເສືອອາກາດໃນຍຸກໃໝ່ເຂົ້າຮ່ວມ ແລະ ສະໜັບສະໜູນ, ຫວັງວ່ານ້ຳໃຈກອງບິນເສືອອາກາດຈະສາມາດສືບທອດຕໍ່ໄປທຸກເຊັ່ນຄົນລະຫວ່າງປະຊາຊົນສອງປະເທດ. ພວກຂ້າພະເຈົ້າສະໜັບສະໜູນບຸກຄົນໃນວົງການຕ່າງໆຂອງຈີນ ແລະ ອາເມຣິກາໄປມາຫາສູ່ກັນຢ່າງມີໄມຕີຈິດ ເພື່ອເປີດໂສມໜ້າໃໝ່ແຫ່ງການຮ່ວມມືທີ່ມີໄມຕີຈິດລະຫວ່າງຈີນ ກັບ ອາເມຣິກາ.