ຍອດມູນຄ່າຂາເຂົ້າຂາອອກດ້ານການບໍລິການຂອງຈີນໃນ 9 ເດືອນປີ 2023 ເພີ່ມຂຶ້ນ 7,7%

2023-11-02 17:49:08 cri


ວັນທີ 1 ພະຈິກນີ້, ອີງຕາມຕົວເລກຂໍ້ມູນທີ່ກະຊວງການຄ້າຈີນເປີດເຜີຍສະແດງໃຫ້ເຫັນວ່າ: ໃນ 9 ເດືອນທຳອິດປີ 2023, ຍອດມູນຄ່າຂາເຂົ້າຂາອອກດ້ານການບໍລິການຂອງຈີນບັນລຸເຖິງ 4.818 ຕື້ 70 ລ້ານຢວນ, ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ສືບຕໍ່ຮັກສາທ່າອຽງການເຕີບໂຕ.

ຕົວເລກສະຖິຕິຍັງສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້, ມູນຄ່າການສົ່ງອອກດ້ານການບໍລິການຂອງຈີນບັນລຸເຖິງ 1.972 ຕື້ 60 ລ້ານຢວນ, ຫຼຸດລົງ 8,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມູນຄ່າການນຳເຂົ້າດ້ານການບໍລິການບັນລຸເຖິງ 2.846 ຕື້ 10 ລ້ານຢວນ, ເພີ່ມຂຶ້ນ 22,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສ່ວນຈຸດພິເສດຂອງຂາເຂົ້າຂາອອກດ້ານການບໍລິການຂອງຈີນມີດັ່ງນີ້:

ໜຶ່ງ, ການຄ້າການບໍລິການທີ່ໃຊ້ຄວາມຮູ້ສູງມີອັດຕາສ່ວນເພີ່ມສູງຂຶ້ນ. ນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້, ມູນຄ່າຂາເຂົ້າຂາອອກດ້ານການບໍລິການທີ່ໃຊ້ຄວາມຮູ້ສູງບັນລຸເຖິງ 2.025 ຕື້ 950 ລ້ານຢວນ, ເພີ່ມຂຶ້ນ 8,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມເອົາ 42% ຂອງຍອດມູນຄ່າຂາເຂົ້າຂາອອກດ້ານການບໍລິການ ແລະ ເພີ່ມຂຶ້ນ 0,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ສອງ, ການບໍລິການດ້ານການທ່ອງທ່ຽວຟື້ນຟູຄືນໃໝ່ຢ່າງຕໍ່ເນື່ອງ. ໃນ 9 ເດືອນປີ 2023, ມູນຄ່າຂາເຂົ້າຂາອອກດ້ານການບໍລິການທ່ອງທ່ຽວບັນລຸເຖິງ 1.054 ຕື້ຢວນ, ເພີ່ມຂຶ້ນ 69%, ເປັນຂົງເຂດການຄ້າການບໍລິການທີ່ສືບຕໍ່ຮັກສາການເຕີບໂຕຢ່າງວ່ອງໄວທີ່ສຸດ.