ຈີນ ແລະ ອາເມຣິກາລ້ວນແຕ່ເຫັນດີທຳຄວາມພະຍາຍາມເພື່ອບັນລຸໃຫ້ປະມຸກລັດສອງປະເທດພົບປະເຈລະຈາກັນຢູ່ຊານຟຣານຊິດສະໂກ

2023-11-02 10:37:01 CRI

    ວັນທີ 1 ພະຈິກນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕາມຂ່າວແຈ້ງວ່າ,ເຈົ້າໜ້າທີ່ອາເມຣິກາເປີດເຜີຍໃຫ້ຮູ້ວ່າ: ສອງປະເທດຈີນ ແລະ ອາເມຣິກາໄດ້ເຫັນດີຈັດການພົບປະເຈລະຈາຂອງປະມຸກລັດສອງປະເທດຈີນ-ອາເມຣິກາຢູ່ນະຄອນຊານຟຣານຊິດສະໂດຍຫຼັກການແລ້ວ, ຈີນສາມາດຢືນຢັນຂ່າວດັ່ງກ່າວນີ້ໄດ້ຫຼືບໍ່?



    ທ່ານວ່າງເວີນປິ່ນຕອບວ່າ: ຈີນ ແລະ ອາເມຣິກາລ້ວນແຕ່ເຫັນດີພ້ອມກັນທຳຄວາມພະຍາຍາມເພື່ອບັນລຸໃຫ້ປະມຸກລັດສອງປະເທດພົບປະເຈລະຈາກັນຢູ່ນະຄອນຊານຟຣານຊິດສະໂກ. ພ້ອມກັນນັ້ນ,ຄືທ່ານວາງຢີ້ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນໄດ້ຊີ້ອອກໃນໄລຍະຢ້ຽມຢາມອາເມຣິກາເມື່ອບໍ່ດົນມານີ້, ການເດີນທາງໄປຊານຟຣານຊິດສະໂກແມ່ນອາໄສ “ການຂັບແບບອັດຕະໂນມັດ”ບໍ່ໄດ້,ສອງຝ່າຍຕ້ອງ “ກັບຄືນສູ່ເກາະບາຫຼີ” ຢ່າງແທ້ຈິງ, ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດຢ່າງເປັນຮູບປະທຳ, ກຳຈັດສິ່ງລົບກວນ, ຜ່ານຜ່າສິ່ງກີດຂວາງ, ເພີ່ມທະວີຄວາມຮັບຮູ້ທີ່ເປັນເອກະພາບກັນ ແລະ ສະສົມຜົນໄດ້ຮັບ.