ກອງປະຊຸມເວທີເປິກສາຫາລືເຕັກນິກວິສະວະກຳຈີນ-ຣັດເຊຍຄັ້ງທີ 10 ຈັດຂຶ້ນຢູ່ນະຄອນຮາບິນຂອງຈີນ

2023-11-02 17:46:42 cri


ວັນທີ 1 ພະຈິກນີ້, ກອງປະຊຸມເວທີເປິກສາຫາລືເຕັກນິກວິສະວະກຳຈີນ-ຣັດເຊຍຄັ້ງທີ 10 ແລະ ກອງປະຊຸມເວທີເປິກສາຫາລືສຸດຍອດເສດຖະກິດດີຈີຕອນຈີນ-ຣັດເຊຍ 2023 ໄດ້ຈັດຂຶ້ນຢູ່ນະຄອນຮາບິນແຂວງເຮີ່ຍລົງຈ່ຽງຂອງຈີນ.

ໃນໄລຍະຈັດກອງປະຊຸມ, ສະຫະພັນວິສະວະກອນຈີນກັບສະມາຄົມການສຶກສາວິສະວະກຳຣັດເຊຍຈະເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເພີ່ມທະວີການສ້າງຄວາມສາມາດຂອງວິສະວະກອນ, ເຊັນສັນຍາກ່ຽວກັບກິດຈະກຳນັກທຸລະກິດຂອງຕ່າງປະເທດເດີນທາງມາຈີນ (ແຂວງເຮີ່ຍລົງຈ່ຽງ) ແລະ ກິດຈະກຳອື່ນໆ. ວິສາຫະກິດໄຮເຕັກ 5 ແຫ່ງໄດ້ປະກາດສະພາບການນຳໃຊ້ເສດຖະກິດດີຈີຕອນ.

ບັນດິດຂອງຈີນແລະຣັດເຊຍ 11 ທ່ານໄດ້ກ່າວປາຖະກະຖາໂດຍປິ່ນອ້ອມເຕັກນິກວິສະວະກຳແລະການພັດທະນາເສດຖະກິດດີຈີຕອນ, ມີຜູ້ຊ່ຽວຊານແລະບັນດິດພ້ອມດ້ວຍອົງການທີ່ກ່ຽວຂ້ອງແລະຜູ້ຕາງໜ້າວິສາຫະກິດຈີນ-ຣັດເຊຍ 700 ກວ່າທ່ານໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ.