ຈີນ-ກູບາແມ່ນເພື່ອນມິດທີ່ດີທີ່ເກາະແຂນເດີນທາງຮ່ວມກັນ ແລະສະຫາຍທີ່ດີທີ່ມີອຸດົມການແລະເສັ້ນທາງດຽວກັນ

2023-11-02 17:14:12 cri


ວັນທີ1ພະຈິກນີ້,ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ.ມີນັກຂ່າວຖາມວ່າ: ລັດຖະບານກູບາແຈ້ງຂ່າວວ່າທ່ານ ມານູເອວ ມາເຣໂຣ ຄຣູສ ນາຍົກລັດຖະມົນຕີກູບາຈະຢ້ຽມຢາມຈີນ. ທ່ານຢືນຢັນຂ່າວນີ້ຄືແນວໃດ ແລະແນະນຳສະພາບທີ່ກ່ຽວຂ້ອງກັບການຢ້ຽມຢາມເທື່ອນີ້ໃຫ້ຮູ້ໄດ້ຫຼືບໍ່?


ທ່ານວ່າງເວີນປີ່ນຕອບວ່າ: ທ່ານນາຍົກມາເຣໂຮຢ້ຽມຢາມຈີນແມ່ນການໄປມາຫາສູ່ກັນລະດັບສູງທີ່ສຳຄັນອີກເທື່ອໜຶ່ງລະຫວ່າງຈີນກັບກູບາ ນັບແຕ່ທ່ານດີອາສ ຄາເນວ ເລຂາທີ1ຄະນະກຳມະການສູນກາງພັກກອມມູນິດກູບາ ທັງເປັນປະທານປະເທດກູບາຢ້ຽມຢາມຈີນທາງລັດຖະກິດໃນເດືອນພະຈິກປີ2022 ແລະການພົບປະກັນລະຫວ່າງທ່ານສີຈິ້ນຜິງ ປະທານປະເທດຈີນກັບທ່ານດີອາສ ຄາເນວຢູ່ອາຟຣີກາໃຕ້ໃນເດືອນສິງຫາປີນີ້. ຈີນ-ກູບາແມ່ນເພື່ອນມິດທີ່ດີທີ່ເກາະແຂນເດີນທາງຮ່ວມກັນ ແລະສະຫາຍທີ່ດີທີ່ມີອຸດົມການແລະເສັ້ນທາງດຽວກັນ. ຈີນຍິນດີລົງເລິກຂະຫຍາຍການພົວພັນມິດຕະພາບແບບພິເສດຈີນ-ກູບາໃນຍຸກໃໝ່ຢ່າງຕໍ່ເນື່ອງ, ເກາະແຂນຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ກູບາ.