ທ່ານສີຈິ້ນຜິງພົບປະກັບນາຍົກລັດຖະມົນຕີເຢຍລະມັນໂດຍຜ່ານທາງວິດີໂອ

2023-11-04 11:44:11 cri

ຕອນບ່າຍວັນທີ 3 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບະກັບທ່ານໂອລັຟ ໂຊນ ນາຍົກລັດຖະມົນຕີເຢຍລະມັນ ໂດຍຜ່ານທາງວິດີໂອ.


ທ່ານສີຈີ້ນຜິງກ່າວເນັ້ນໜັກວ່າ: ຈີນ ແລະ ເຢຍລະມັນລ້ວນແຕ່ເປັນປະເທດໃຫຍ່ທີ່ມີນ້ຳໃຈຮັບຜິດຊອບ, ບໍ່ພຽງແຕ່ຄວນຂະຫຍາຍການພົວພັນລະຫວ່າງສອງຝ່າຍ ແລະ ເປັນແບບຢ່າງໃນການຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດເທົ່ານັ້ນ, ຫາກຍັງຕ້ອງປົກປ້ອງລະບຽບໂລກ ແລະ ລັດທິຫຼາຍຝ່າຍ, ຮ່ວມກັນຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກອີກດ້ວຍ. ຈີນຖືເອົາເອີຣົບເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຂົ້ວໜຶ່ງທີ່ສຳຄັນໃນໂລກຫຼາຍຂົ້ວ. ຫວັງວ່າ, ເຢຍລະມັນຈະຊຸກຍູ້ໃຫ້ສະຫະພາບເອີຣົບຍຶດໝັ້ນໃນຫຼັກການຕະຫຼາດ ແລະ ຄວາມຍຸຕິທຳ, ຮ່ວມກັນກັບຝ່າຍຈີນເພື່ອປົກປ້ອງການແຂ່ງຂັນໃນຕະຫຼາດທີ່ຍຸຕິທຳ ແລະ ການຄ້າເສລີ, ປົກປ້ອງຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກ.


ທ່ານໂອລັຟ ໂຊນກ່າວວ່າ: ການພົວພັນເຢຍລະມັນ-ຈີນມີຄວາມສຳຄັນທີ່ສຸດຕໍ່ເຢຍລະມັນ. ເຢຍລະມັນຍິນດີສືບຕໍ່ຂະຫຍາຍການພົວພັນທີ່ດີລະຫວ່າງສອງປະເທດ, ສືບຕໍ່ລົງເລິກການຮ່ວມມືໃນຂົງເຂດຕ່າງໆ, ຫວັງວ່າວິສາຫະກິດເຢຍລະມັນຈະປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າຢູ່ຈີນ. ເຢຍລະມັນຍິນດີຊຸກຍູ້ການພົວພັນເອີຣົບ-ຈີນໃຫ້ຂະຫຍາຍຕົວຢ່າງຕັ້ງໜ້າ. ທ່ານໂອລັຟ ໂຊນຍັງໄດ້ແນະນຳຄວາມເຫັນຂອງເຢຍລະມັນ ກ່ຽວກັບການປະທະກັນລະຫວ່າງປາແລັສຕິນກັບອິສຣາແອນ ແລະ ວິກິດການອູແກຣນ ໂດຍກ່າວວ່າ ຍິນດີຮັກສາການແລກປ່ຽນຢ່າງໃກ້ຊິດກັບຝ່າຍຈີນ.