ມີຫຼາຍກວ່າ 70 ປະເທດ ແລະ ອົງການຈັດຕັ້ງສາກົນຢືນຢັນຈະເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6

2023-11-04 16:15:27 CRI

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 3 ພະຈິກນີ້, ທ່ານວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳຂ່າວກ່ຽວກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ທີ່ຈະຈັດຂຶ້ນໃນໄວໆນີ້.


ທ່ານວ່າງເຫວີນປິ່ນກ່າວວ່າ: ຈີນຍິນດີຕ້ອນຮັບຜູ້ນຳຂອງປະເທດທີ່ກ່ຽວຂ້ອງ ແລະ ແຂກຈາກປະເທດຕ່າງໆເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ທີ່ຈະຈັດຂຶ້ນຢ່າງຄຶກຄື້ນໃນໄວໆນີ້. ນັບແຕ່ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດທີ່ຈັດຂຶ້ນເມື່ອປີ 2018 ເປັນຕົ້ນມາ, ມີປະເທດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມງານນັບມື້ນັບຫຼາຍຂຶ້ນ, ທັງເພື່ອນມິດໃໝ່ ແລະ ເພື່ອນມິດເກົ່າກໍເດີນທາງມາເຂົ້າຮ່ວມງານທີ່ປະເທດຈີນເປັນເຈົ້າພາບ.


ທ່າວ່າງເຫວີນປິ່ນຍັງແນະນຳໃຫ້ຮູ້ຕື່ມວ່າ: ສຳລັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້ ຄາດວ່າຈະດຶງດູດແຂກຈາກ 154 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນມາເຂົ້າຮ່ວມ; ດຶງດູດບໍລິສັດ 3.400 ກວ່າແຫ່ງ ແລະ ຜູ້ຊົມມືອາຊີບເກືອບ 410.000 ຄົນລົງທະບຽນເຂົ້າຮ່ວມ. ມາຮອດປັດຈຸບັນ, ມີ 70 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນໄດ້ຢືນຢັນຈະເຂົ້າຮ່ວມການວາງສະແດງລະດັບຊາດ ເຊິ່ງໄດ້ກວມເອົາ 5 ທະວີບ, ໃນນັ້ນມີ 11 ປະເທດແມ່ນມາເຂົ້າຮ່ວມງານເປັນຄັ້ງທຳອິດ, ມີ 34 ປະເທດແມ່ນເຂົ້າຮ່ວມງານທາງອອຟລາຍເປັນຄັ້ງທຳອິດ. ວິສາຫະກິດໃນ 500 ອັນດັບສຸດຍອດວິສາຫະກິດລະດັບໂລກ ແລະ ວິສາຫະກິດນຳໜ້າຂະແໜງການທີ່ເຂົ້າຮ່ວມງານໃນຄັ້ງນີ້ມີເກືອບ 300 ແຫ່ງ ເຊິ່ງຫຼາຍກວ່າທຸກຄັ້ງຜ່ານມາ.