ຮອງນາຍົກລັດຖະມົນຕີອຽກລັງຈະຢ້ຽມຢາມປະເທດຈີນ

2023-11-04 11:27:06 cri


    ວັນທີ 3 ພະຈິກ 2023, ທ່ານວ່າງເຫວີນປິ່ນ, ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານມາຕິນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ປ້ອງກັນປະເທດອຽກລັງຈະຢ້ຽມຢາມປະເທດຈີນຢ່າງເປັນທາງການລະຫວ່າງວັນທີ 6 ຫາ 9 ພະຈິກນີ້.