ລາຍຮັບ-ລາຍຈ່າຍສາກົນຂອງຈີນໃນ 3 ໄຕມາດປີນີ້ໄດ້ຮັກສາຄວາມດຸນດ່ຽງໂດຍພື້ນຖານ

2023-11-04 11:44:53 cri

ຕົວເລກຂໍ້ມູນທີ່ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນສະແດງໃຫ້ເຫັນວ່າ, 3 ໄຕມາດປີນີ້, ລາຍຮັບ-ລາຍຈ່າຍສາກົນຂອງຈີນໄດ້ຮັກສາຄວາມດຸນດ່ຽງໂດຍພື້ນຖານ. ໃນນັ້ນ, ບັນຊີເງິນຝາກກະແສລາຍວັນໄດ້ປຽບດຸນການຄ້າ 208,9 ຕື້ຢວນ, ເປັນ 1,6% ຂອງ GDP ຂອງຈີນໃນໄລຍະດຽວກັນ, ສືບຕໍ່ຢູ່ໃນລະດັບທີ່ດຸນດ່ຽງ ແລະ ສົມເຫດສົມຜົນ.


ທ່ານວາງຊຸນຢິງ ຮອງຫົວໜ້າ ທັງເປັນໂຄສົກອົງການຄຸ້ມຄອງເງິນຕາຕ່າງປະເທດຈີນກ່າວວ່າ ລາຍຮັບ-ລາຍຈ່າຍສາກົນຈີນໃນ 3 ໄຕມາດປີນີ້ມີຈຸດພິເສດດັ່ງນີ້: ໜຶ່ງແມ່ນການຄ້າສິນຄ້າປະເພດຈັບຕ້ອງໄດ້ໄດ້ຮັກສາຄວາມໄດ້ປຽບດຸນການຄ້າອ່າວສູງ. ສອງແມ່ນລາຍຮັບ-ລາຍຈ່າຍການຄ້າການບໍລິການໄດ້ຟື້ນຟູຢ່າງໜັກແໜ້ນ. ແຕ່ຂະແໜງການທ່ອງທ່ຽວ ແລະ ການຂົນສົ່ງຍັງແມ່ນລາຍການເສຍປຽບດຸນການຄ້າຕົ້ນຕໍ.