ໂຄສົກກະຊວງປ້ອງກັນປະເທດຈີນຕອບຄຳຖາມກ່ຽວກັບຍົນເຮລີກົບ ແຕຢູ່ກຳປັ່ນບັນທຸກເຮືອບິນຂອງການາດາກໍ່ການທ້າທາຍເກາະຜິດ

2023-11-05 15:40:30 cri


ວັນທີ 4 ພະຈິກນີ້, ທ່ານຈ່າງສ້ຽວກ່າງ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບຍົນເຮລີກົບແຕຢູ່ກຳບັ່ນບັນທຸກເຮືອບິນຂອງການາດາກໍ່ການທ້າທາຍເກາະຜິດ.

ທ່ານຈ່າງສ້ຽງກ່າງຢືນຢັນວ່າ: ຫວ່າງມໍ່ໆມານີ້, ຍົນເຮລີກົບແຕ 2 ລຳຢູ່ກຳປັ່ນປ້ອງກັນ “ໂອຕາວາ” ຂອງການາດາທີ່ບໍ່ຮູ້ເຈດຈຳນົນໄດ້ບິນເຂົ້າໃກ້ນ່ານຟ້າໝູ່ເກາະຊີ່ຊ່າຂອງຈີນ. ກອງທັບປົດປ່ອຍປະຊາຊົນຈີນໄດ້ກວດກາແລະຢືນຢັນຕາມກົດໝາຍ ພ້ອມທັງຕັກເຕືອນຫຼາຍຄັ້ງ, ແຕ່ຍົນເຮລີກົບແຕການາດາປະຕິເສດບໍ່ຕອບຮັບ, ຍັງທ້າທາຍເກາະຜິດດ້ວຍການບິນໃນລະດັບຕ່ຳ, ຫຼັງຈາກນັ້ນ, ການາດາໄດ້ໂຄສະນາຊວນເຊື່ອຜ່ານທາງສື່ມວນຊົນ ເພື່ອຕຳໜິວິຈານແລະໃສ່ຮ້າຍປາຍສີຈີນ. ການກະທຳດັ່ງກ່າວຂອງການາດາໄດ້ລະເມີດກົດໝາຍຂອງຈີນກໍຄືກົດໝາຍສາກົນ, ທຳລາຍຄວາມໝັ້ນຄົງດ້ານອະທິປະໄຕຂອງຈີນ ເປັນການທ້າທາຍເກາະຜິດດ້ວຍເຈດຕະນາບໍ່ດີ.

ທ່ານຈ່າງສ້ຽວກ່າງກ່າວຕື່ມວ່າ: ການເຄື່ອນໄຫວແກ້ໄຂບັນຫາທີ່ກ່ຽວຂ້ອງຂອງຈີນເຮັດຕາມວິຊາການແລະລະບຽບແບບແຜນ. ກອງທັບຈີນຈະຮັກສາຄວາມລະມັດລະວັງຢ່າງສູງໃນທຸກເວລາ, ເດັດດ່ຽວປົກປ້ອງຄວາມໝັ້ນຄົງດ້ານອະທິປະໄຕແລະສິດທິຜົນປະໂຫຍດທາງທະເລຂອງປະເທດຕົນ, ເດັດດ່ຽວປົກປັກຮັກສາສັນຕິພາບແລະສະຖຽນລະພາບຢູ່ເຂດທະເລຈີນໃຕ້.