ກະຊວງກະສິກຳອາເມຣິກາຈະນຳພາຄະນະຜູ້ແທນເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນເປັນຄັ້ງທຳອິດ

2023-11-05 14:14:57 cri



ຕາມແຫຼ່ງຂ່າວຈາກສະຖານທູດອາເມຣິກາປະຈຳຈີນແລະສະມາຄົມສົ່ງອອກຖົ່ວເຫຼືອງອາເມຣິກາໃຫ້ຮູ້ວ່າ: ປີນີ້, ກະຊວງກະສິກຳອາເມຣິກາຈະນຳພາຄະນະຜູ້ແທນເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນເປັນຄັ້ງທຳອິດ.

ຮ້ານວາງສະແດງອາຫານແລະຜະລິດຕະພັນກະສິກຳອາເມຣິກາໃນງານວາງສະແດງຄັ້ງນີ້ແມ່ນປະກອບດ້ວຍບໍລິສັດທີ່ນຳເອົາສິນຄ້າມາວາງສະແດງຢູ່ໃນງານຈຳນວນ17ແຫ່ງ,ໃນໄລຍະງານວາງສະແດງ, ບໍລິສັດເຫຼົ່ານີ້ຈະເຈາະຈົງນຳສະເໜີຜະລິດຕະພັນກະສິກຳແລະເຕັກນິກວິທະຍາສາດດ້ານກະສິກຳທີ່ມາຈາກລັດກາລີຟໍເນຍ, ລັດໄອດາໂຮ ແລະ ລັດຈໍເຈຍ ຂອງອາເມຣິກາ. ພ້ອມດຽວກັນນັ້ນ, ຢູ່ສະຖານທີ່ວາງສະແດງຍັງຈະມີພິທີເຊັນສັນຍາຈັດຊື້ສິນຄ້າແລະການຮ່ວມມືໃນຂົງເຂດຜະລິດຕະພັນກະສິກຳແລະອື່ນໆ.



ຕາມແຫຼ່ງຂ່າວໃຫ້ຮູ້ວ່າ: ນອກຈາກອາເມຣິກາແລ້ວ, ຍັງມີຫຼາຍປະເທດແລະເຂດແຄວ້ນເຊັ່ນໄທ, ແຊັກບີ, ກາຊັກສະຖານແລະອື່ນໆກໍຈະສົ່ງຄະນະຜູ້ແທນຈຳນວນຫຼາຍໄປເຂົ້າຮ່ວມງານວາງສະແດງໃນປີນີ້. ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ6 ຄາດວ່າ ຈະຕ້ອນຮັບແຂກທີ່ມາຈາກ154ປະເທດ,ເຂດແຄວ້ນແລະອົງການຈັດຕັ້ງສາກົນ, ໄດ້ມີບໍລິສັດມາເຂົ້າຮ່ວມງານຫຼາຍກວ່າ3.400 ແຫ່ງ, ເຊິ່ງສ້າງສະຖິຕິສູງສຸດໃນປະຫວັດສາດ.