ທ່ານສີຈິ້ນຜິງສົ່ງສານສະແດງຄວາມເຫັນໃຈເຖິງປະທານາທິບໍດີເນປານເນື່ອງຈາກເນປານເກີດແຜ່ນດິນໄຫວຮຸນແຮງ

2023-11-05 15:17:22 cri

ວັນທີ 4 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານຣາມ ຈັນດຣາ ໂປເດນ ປະທານາທິບໍດີເນປານ ເນື່ອງຈາກເນປານເກີດແຜ່ນດິນໄຫວຮຸນແຮງ.

ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ຮູ້ສຶກຕົກໃຈຫຼາຍເມື່ອໄດ້ຮູ້ວ່າຢູ່ແຂວງການາລີປະເທດຂອງທ່ານໄດ້ເກີດແຜ່ນດິນໄຫວຮຸນແຮງ, ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບ ພ້ອມທັງມີຜົນເສຍຫາຍດ້ານຊັບສິນຢ່າງຫຼວງຫຼາຍ. ຂ້າພະເຈົ້າຂໍຕາງໜ້າລັດຖະບານຈີນກໍຄືປະຊາຊົນຈີນ, ສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ ແລະ ສະແດງຄວາມເຫັນໃຈຢ່າງຈິງໃຈຕໍ່ຄອບຄົວຜູ້ເສຍຊີວິດແລະຜູ້ບາດເຈັບ, ຂໍອວຍພອນໃຫ້ຜູ້ບາດເຈັບຈົ່ງຟື້ນຟູສຸຂະພາບໂດຍໄວ.

ເນື້ອໃນສານຂອງທ່ານສີຈິ້ນຜິງຍັງເນັ້ນໜັກວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີໂປເດນກໍຄືລັດຖະບານເນປານ, ປະຊາຊົນຢູ່ເຂດປະສົບໄພຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສ້າງບ້ານແປງເມືອງຄືນໃໝ່ໄດ້ໂດຍໄວຢ່າງແນ່ນອນ. ຈີນຍິນດີໃຫ້ການຊ່ວຍເຫຼືອດ້ານການກູ້ໄພທີ່ຈຳເປັນຕໍ່ເນປານ.