ງານກິລານັກຮຽນນັກສຶກສາ (ຊາວໜຸ່ມ) ທົ່ວປະເທດຈີນຄັ້ງທຳອິດຈັດຂຶ້ນຢູ່ນະຄອນໜານໜິງ

2023-11-06 10:35:22 cri

ຕອນຄ່ຳວັນທີ 5 ພະຈິກນີ້, ງານກິລານັກຮຽນນັກສຶກສາ (ຊາວໜຸ່ມ) ທົ່ວປະເທດຈີນຄັ້ງທຳອິດຈັດຂຶ້ນຢູ່ນະຄອນໜານໜິງ ເທດສະບານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ.


ງານກິລາຄັ້ງນີ້ຖືເອົາ “ໄວໜຸ່ມ, ສາມັກຄີ ແລະ ມິດຕະພາບ” ເປັນຫົວຂໍ້ພື້ນຖານ, ຖືເອົາ “ການສະແຫວງຫາຄວາມຝັນໃນຍຸກໃໝ່ ແລະ ໄວໜຸ່ມໂດດເດັ່ນກວ່າເກົ່າ” ເປັນຫົວຂໍ້ຕົ້ນຕໍ ໂດຍມີນັກກິລາ 20.360 ຄົນເຂົ້າຮ່ວມການແຂ່ງຂັນໃນ 39 ລາຍການໃຫຍ່, 51 ລາຍການນ້ອຍ ແລະ 805 ລາຍການຍ່ອຍ.

ການຈັດງານກິລານັກຮຽນນັກສຶກສາແມ່ນເພື່ອຊຸກຍູ້ການພັດທະນາກິລາຂອງຊາວໜຸ່ມ ແລະ ສະຖາບັນການສຶກສາຢ່າງແຂງແຮງ, ຊຸກຍູ້ສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈຂອງຊາວໜຸ່ມເຍົາວະຊົນ, ຊຸກຍູ້ການສ້າງພາລະກິດທີ່ປະເທດຈີນມີຄວາມເຂັ້ງແຂງດ້ານສຸຂະພາບ ທັງອົບຮົມບົ່ມສ້າງຖັນແຖວນັກກິລາ ແລະ ສະສົມບົດຮຽນໃຫ້ແກ່ງານກິລາໂອລິມປິກ.