ກອງປະຊຸມເວທີເປິກສາຫາລືເສດຖະກິດສາກົນຫົງສຽວຈັດກອງປະຊຸມຍ່ອຍ

2023-11-06 10:38:42 cri

ວັນທີ 5 ພະຈິກນີ້, ພາກສ່ວນ “ເປີດປະຕູສູ່ພາຍນອກ ແລະ ການປະດິດສ້າງໃໝ່” ຂອງກອງປະຊຸມເວທີເປິກສາຫາລືເສດຖະກິດສາກົນຫົງສຽວຄັ້ງທີ 6 ທີ່ນະຄອນຊຽງໄຮ້ໄດ້ຈັດກອງປະຊຸມເວທີເປິກສາຫາລື “ຄົ້ນຫາເສັ້ນທາງປົກຄອງດີຈີຕອນສາກົນ ແລະ ຮ່ວມກັນສ້າງໂອກາດການພັດທະນາອຸດສາຫະກຳດີຈີຕອນ” ກໍຄືກອງປະຊຸມສຸດຍອດການເຊື່ອມຕໍ່ອຸດສາຫະກຳດີຈີຕອນທົ່ວໂລກ.


ກອງປະຊຸມເວທີເປິກສາຫາລືຍ່ອຍຄັ້ງນີ້ລວມທັງການກ່າວປາຖະກະຖາພາຍໃຕ້ຫົວຂໍ້ກອງປະຊຸມ, ການເຜີຍແຜ່ບົດລາຍງານ, ການສົນທະນາໂຕະມົນ ແລະອື່ນໆ ໂດຍແຂກຜູ້ມີກຽດຈາກຈີນ ແລະ ຕ່າງປະເທດໄດ້ດຳເນີນການຄົ້ນຄວ້າຫາລືກ່ຽວກັບຫົວຂໍ້ເດັ່ນ ແລະ ການພັດທະນາອຸດສາຫະກຳເສດຖະກິດດີຈີຕອນທົ່ວໂລກ ໂດຍປິ່ນອ້ອມຫົວຂໍ້ “ເລັ່ງລັດການຫັນເປັນແບບດີຈີຕອນ ແລະ ຊ່ວຍຊຸກຍູ້ການພັດທະນາອຸດສາຫະກຳດີຈີຕອນ”.