ປີນີ້, ຜູ້ໂດຍສານເຂົ້າອອກເມືອງຜ່ານດ່ານສະໜາມບິນນະຄອນຫຼວງປັກກິ່ງມີຫຼາຍກວ່າ 6 ລ້ານເທື່ອຄົນ

2023-11-06 10:49:40 CRI

 

   ແຫຼ່ງຂ່າວຈາກສະຖານີໃຫຍ່ກວດກາການເຂົ້າອອກເມືອງນະຄອນຫຼວງປັກກິ່ງແຈ້ງໃຫ້ຮູ້ວ່າ: ນັບມາຮອດວັນທີ 5 ພະຈິກນີ້, ຜູ້ໂດຍສານເຂົ້າອອກເມືອງຜ່ານດ່ານສະໜາມບິນນະຄອນຫຼວງປັກກິ່ງໃນປີນີ້ມີຫຼາຍກວ່າ 6.000.000 ເທື່ອຄົນ, ສະເລ່ຍຕໍ່ມື້ມີເກືອບເຖິງ 20.000 ຄົນ, ຂະນະທີ່ຖ້ຽວບິນເຂົ້າອອກເມືອງມີເກືອບ 40.000 ຖ້ຽວ.



   ນັບແຕ່ເວລາ 0 ໂມງຂອງວັນທີ 29 ຕຸລາປີ 2023 ເປັນຕົ້ນມາ, ສະໜາມບິນນະຄອນຫຼວງປັກກິ່ງໄດ້ເລີ່ມຈັດຕັ້ງປະຕິບັດຕາມແຜນການຖ້ຽວບິນໃນການບິນໄລຍະລະດູໜາວຢ່າງເປັນທາງການ, ຈາກນີ້, ຈຸດບິນສາກົນຢູ່ສະໜາມບິນນະຄອນຫຼວງປັກກິ່ງໄດ້ຟື້ນຟູຄືນສູ່ 73 ຈຸດໃນການບິນໄລຍະລະດູການໃໝ່, ໂດຍໄດ້ວາງແຜນເພີ່ມຈຸດບິນໃໝ່ 2 ຈຸດຄື: ນະຄອນຊານຟຣານຊິສໂກຂອງອາເມຣິກາ ແລະ ນະຄອນຫຼວງບາກູ ປະເທດອາແຊກໄບຊັງ, ພ້ອມດຽວກັນນີ້ຍັງໄດ້ເພີ່ມຈໍານວນຖ້ຽວບິນຢູ່ຈຸດບິນສາກົນຕ່າງໆໃຫ້ຫຼາຍຂຶ້ນກວ່າເກົ່າ ເຊັ່ນ: ນະຄອນແຟຣງເຟດ, ລອນດອນ, ປາຣີ, ມູນິກ, ມາດຣິດ, ດູໄບ, ຊິດນີ ແລະ ອອກແລນດ໌ ເປັນຕົ້ນຄາດວ່າລວມຍອດຜູ້ໂດຍສານເຂົ້າອອກເມືອງຜ່ານດ່ານສະໜາມບິນນະຄອນ ຫຼວງປັກກິ່ງໃນປີ 2023 ຈະມີຫຼາຍກວ່າ 7.500.000 ເທື່ອຄົນ.