ເປີດເຜີຍ “ບົດລາຍງານການເປີດປະຕູສູ່ພາຍນອກຂອງໂລກ 2023”

2023-11-06 14:26:22 cri

ວັນທີ 5 ພະຈິກ 2023, ກອງປະຊຸມເວທີເປິກສາຫາລືເສດຖະກິດສາກົນຫົງສຽວຄັ້ງທີ 6 ທີ່ນະຄອນຊຽງໄຮ້ໄດ້ເປີດເຜີຍ “ບົດລາຍງານການເປີດປະຕູສູ່ພາຍນອກຂອງໂລກ 2023”.

ບົດລາຍງານສະແດງໃຫ້ເຫັນວ່າ, ດັດຊະນີເປີດປະຕູສູ່ພາຍນອກຂອງໂລກປີ 2022 ແມ່ນ 0,7542, ເມື່ອທຽບໃສ່ປີ 2021 ຫຼຸດລົງ 0,4%. ປັດໄຈຕົ້ນຕໍທີ່ເຮັດໃຫ້ການເປີດປະຕູສູ່ພາຍນອກຫຼຸດລົງແມ່ນມາດຕະການບໍ່ແມ່ນພາສີເພີ່ມຂຶ້ນ, ການລົງທຶນຂ້າມຊາດໂດຍກົງຫຼຸດລົງ, ການນຳໃຊ້ບົດນິພົນວິທະຍາສາດສາກົນຫຼຸດລົງ ແລະປັດໄຈອື່ນໆ. ກຸ່ມເສດຖະກິດທີ່ມີລະດັບເປີດປະຕູສູ່ພາຍນອກສູງສຸດແມ່ນສິງກະໂປ, ທີສອງແມ່ນເຢຍລະມັນ, ທີສາມແມ່ນເຂດພິເສດຮົງກົງຂອງຈີນ, ຖັດມາແມ່ນອຽກລັງ ແລະ ມານຕາ. “ບົດລາຍງານການເປີດປະຕູສູ່ພາຍນອກຂອງໂລກ 2023” ແມ່ນຮຽບຮຽງໂດຍ ສະພາບັນດິດວິທະຍາສາດສັງຄົມຈີນ ແລະ ສູນຄົ້ນຄວ້າເວທີເປິກສາຫາລືເສດຖະກິດສາກົນຫົງສຽວ.