ທ່ານເຫີລີ້ເຟີ່ງຈະຢ້ຽມຢາມອາເມຣິກາ

2023-11-07 14:24:39 cri


ວັນທີ 6 ພະຈິກ 2023, ທ່ານວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາ, ທ່ານເຫີລີ້ເຟີ່ງ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ , ຮອງນາຍົກລັດຖະມົນຕີຈີນ, ຜູ້ຮັບຜິດຊອບຝ່າຍຈີນດ້ານວຽກງານເສດຖະກິດການຄ້າຈີນ-ອາເມຣິກາຈະຢ້ຽມຢາມອາເມຣິກາລະຫວ່າງວັນທີ 8 ຫາ 12 ພະຈິກນີ້.