ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມແລກປ່ຽນວິທະຍາສາດເຕັກໂນໂລຊີ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທຳອິດ

2023-11-07 11:01:32 cri

ວັນທີ 6 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມແລກປ່ຽນວິທະຍາສາດເຕັກໂນໂລຊີ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທຳອິດ.


ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ, ກອງປະຊຸມເວທີເປິກສາຫາລືສຸດຍອດວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ຈັດຂຶ້ນຢ່າງສຳເລັດຜົນ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາຢ່າງມີຄຸນນະພາບສູງ, ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີແມ່ນພາກສ່ວນສຳຄັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຈີນຈະສົ່ງເສີມຈິດໃຈເສັ້ນທາງສາຍໄໝ ທີ່ຖືເອົາສັນຕິພາບ, ການຮ່ວມມື, ການເປີດກວ້າງແລະກວມລວມ, ຖອດຖອນບົດຮຽນເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເປັນແກນກາງ, ຮ່ວມກັນກັບປະເທດຕ່າງໆຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການເຕີບໂຕແບບມີຫົວຄິດປະດິດສ້າງ, ກະຕຸກຊຸກຍູ້ຄວາມບົ່ມຊ້ອນດ້ານການຮ່ວມມືໃນຮູບແບບໃໝ່, ເພີ່ມທະວີການພົວພັນຄູ່ຮ່ວມປະດິດສ້າງໃໝ່, ຊຸກຍູ້ໃຫ້ຜົນງານການປະດິດສ້າງໃໝ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນປະເທດຕ່າງໆຢ່າງທົ່ວເຖິງ, ຊ່ວຍຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.


ກອງປະຊຸມແລກປ່ຽນວິທະຍາສາດເຕັກໂນໂລຊີ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທຳອິດຈັດຂຶ້ນຢູ່ນະຄອນຈຸ່ງກິ່ງຂອງຈີນໃນມື້ດຽວກັນ ພາຍໃຕ້ຫົວຂໍ້ “ຮ່ວມກັນສ້າງເສັ້ນທາງປະດິດສ້າງໃໝ່ ແລະ ຊຸກຍູ້ການຮ່ວມມື-ການພັດທະນາຮ່ວມກັນ”.