ກອງປະຊຸມເວທີເປິກສາຫາລືມາດຕະຖານທີ່ເປັນສາຂາກອງປະຊຸມເວທີເປິກສາຫາລືເສດຖະກິດສາກົນຫົງສຽວຈັດຂຶ້ນເປັນຄັ້ງທຳອິດ

2023-11-07 11:02:17 cri

ວັນທີ 6 ພະຈິກນີ້, ກອງປະຊຸມເວທີເປິກສາຫາລືມາດຕະຖານທີ່ເປັນໜຶ່ງໃນ 5 ສາຂາພາຍໃຕ້ຂອບ “ການເປີດກວ້າງແລະການຮ່ວມມື" ຂອງກອງປະຊຸມເວທີເປິກສາຫາລືເສດຖະກິດສາກົນຫົງສຽວ ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ນະຄອນຊຽງໄຮ້ ພາຍໃຕ້ຫົວຂໍ້ “ດຳເນີນການຮ່ວມມືມາດຕະຖານສາກົນ ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງຕະຫຼາດທົ່ວໂລກ”.


ໃນກອງປະຊຸມເວທີເປິກສາຫາລືດັ່ງກ່າວ, ອົງການຕິດຕາມຄຸ້ມຄອງຕະຫຼາດແຫ່ງຊາດຈີນ ແລະ ຄະນະກຳມະການຄຸ້ມຄອງແມາດຕະຖານແຫ່ງຊາດຈີນໄດ້ເຜີຍແຜ່ມາດຕະຖານແຫ່ງຊາດ 398 ລາຍການສະບັບພາສາຕ່າງປະເທດ ໂດຍໄດ້ແນະນຳມາດຕະຖານຈີນກ່ຽວກັບອຸປະກອນສັນຍານທາງລົດໄຟ, ຫຸ່ນຍົນບໍລິການ, ມາດຕະຖານການຝັງເຂັມ ແລະອື່ນໆໃຫ້ແກ່ໂລກ ດ້ວຍພາສາອັງກິດ, ພາສາເຢຍລະມັນ ແລະ ພາສາຣັດເຊຍ ເຊິ່ງໄດ້ກວມເອົາຫຼາຍຂົງເຂດ ເຊັ່ນ: ກະສິກຳປ່າໄມ້, ເຕັກນິກຂໍ້ມູນຂ່າວສານ, ການປະຢັດພະລັງງານ, ການຫຼຸດການລະບາຍກາກບອນເປັນຕົ້ນ. ມາຮອດປັດຈຸບັນນີ້, ມາດຕະຖານແຫ່ງຊາດສະບັບພາສາຕ່າງປະເທດ ທີ່ຈີນເຜີຍແຜ່ໄດ້ບັນລຸເຖິງ 1.767 ໜ້າ ເຊິ່ງມີ 8 ພາສາ ແລະ 20 ກວ່າຂົງເຂດຈຸດສຸມໃນເສດຖະກິດແຫ່ງຊາດຈີນ.