ທ່ານສີຈິ້ນຜິງພົບປະກັບຜູ້ຕາງໜ້າໜ່ວຍງານ “ວິທີເຮັດວຽກແບບເຟີ່ງສຽວ” ທົ່ວປະເທດຈີນ

2023-11-07 10:59:41 cri

ຕອນເຊົ້າວັນທີ 6 ພະຈິກນີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ພົບປະກັບຜູ້ຕາງໜ້າໜ່ວຍງານທີ່ໄດ້ຖືກຄັດເລືອກເປັນໜ່ວຍງານ “ວິທີເຮັດວຽກແບບເຟີ່ງສຽວ” ທົ່ວປະເທດຈີນ. ທ່ານສີຈິ້ນຜິງໄດ້ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ຊົມເຊີຍຢ່າງອົບອຸ່ນຕໍ່ຜູ້ຕາງໜ້າດັ່ງກ່າວ ພ້ອມທັງໃຫ້ກຳລັງໃຈເຂົາເຈົ້າຈົ່ງສືບຕໍ່ພະຍາຍາມຢ່າງບໍ່ລົດລະຍຶດໝັ້ນ ແລະ ພັດທະນາ “ປະສົບການເຟີ່ງສຽວ” ໃນຍຸກໃໝ່ໃຫ້ດີ ເພື່ອປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນການກໍ່ສ້າງປະເທດຈີນແຫ່ງຄວາມສະຫງົບສຸກທີ່ມີລະດັບສູງກວ່າເກົ່າ.

ນັບແຕ່ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ໃຫ້ຄຳຊີ້ແຈງຕ່າງໆກ່ຽວກັບການຍຶດໝັ້ນ ແລະ ພັດທະນາ “ປະສົບການເຟີ່ງສຽວ” ໃນຍຸກໃໝ່, ທ້ອງຖິ່ນຕ່າງໆຂອງຈີນໄດ້ຈັດຕັ້ງປະຕິບັດຈິດໃຈຄຳຊີ້ແຈງຂອງທ່ານສີຈິ້ນຜິງຢ່າງຕັ້ງໜ້າ, ຄົ້ນຄວ້າ ແລະ ປະດິດສ້າງໃໝ່ໂດຍອາໄສປະຊາຊົນຢ່າງແໜ້ນແຟ້ນ, ພະຍາຍາມສ້າງສະພາບແວດລ້ອມທາງສັງຄົມທີ່ມີຄວາມໝັ້ນຄົງ ແລະ ສະຖຽນລະພາບໃຫ້ກັບການສ້າງຄວາມທັນສະໄໝແບບຈີນ.