ຜູ້ຕອບແບບສອບຖາມໃນທົ່ວໂລກຫຼາຍກວ່າ 90% ເຫັນວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນເພີ່ມພະລັງຊີວິດໃຫ້ກັບເສດຖະກິດໂລກແບບເປີດກວ້າງ

2023-11-08 10:43:06 cri

ການສຳຫຼວດປະຊາມະຕິຊາວເນັດທົ່ວໂລກລາຍການໜຶ່ງທີ່ດຳເນີນໂດຍ CGTN ຂອງວິທະຍຸໂທລະພາບສູນກາງຈີນໃນເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມຫຼາຍກວ່າ 90% ເຫັນວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນທີ່ຈັດຂຶ້ນເປັນເວລາ 6 ປີລຽນຕິດ ໄດ້ສົ່ງສັນຍານອັນເຂັ້ມແຂງຢ່າງເຕັມທີ່ກ່ຽວກັບການຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງຕໍ່ເນື່ອງ, ນີ້ຈະເປັນໂອກາດສຳຄັນສຳລັບໂລກທີ່ປັ່ນປ່ວນ ແລະ ເສດຖະກິດໂລກທີ່ມີຄວາມອ່ອນແອໃນການຟື້ນຕົວຄືນໃໝ່. ການສຳຫຼວດປະຊາມະຕິດັ່ງກ່າວໄດ້ເຜີຍແຜ່ໂດຍຜ່ານເວທີ 5 ພາສາ ຂອງ CGTN ຄື: ພາສາອັງກິດ, ພາສາແອັດສະປາຍ, ພາສາຝຣັ່ງ, ພາສາອາຣັບ ແລະ ພາສາຣັດເຊຍ ໂດຍມີຊາວເນັດຫຼາຍກວ່າ 10.000 ຄົນໄດ້ເຂົ້າຮ່ວມລົງຄະແນນສຽງ ແລະ ສະແດງຄວາມເຫັນຂອງຕົນພາຍໃນ 24 ຊົ່ວໂມງ.