ທ່ານຕິ່ງຈຸ້ງຫຼີຈະເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືສັນຕິພາບປາຣີ ແລະ ກິດຈະກຳທີ່ກ່ຽວຂ້ອງ

2023-11-08 21:22:12 cri


    ວັນທີ 7 ພະຈິກ 2023, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງຝ່າຍຝຣັ່ງ, ທ່ານຕິ່ງຈຸ້ງຫຼີ ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນຈະຕາງໜ້າປະເທດຈີນເຂົ້າຮ່ວມ ກອງປະຊຸມເວທີເປິກສາຫາລືສັນຕິພາບປາຣີ ແລະ ກິດຈະກຳທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນລະຫວ່າງວັນທີ 10 ຫາ 11 ພະຈິກນີ້.