ກອງປະຊຸມເວທີເປິກສາຫາລືການພັດທະນາມາດຕະການການຄ້າບໍ່ແມ່ນພາສີຢ່າງມີຄຸນນະພາບສູງຈັດຂຶ້ນຢູ່ນະຄອນຊຽງໄຮ້

2023-11-08 10:29:53 cri

ວັນທີ 7 ພະຈິກນີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ສືບຕໍ່ຈັດກອງປະຊຸມເວທີເປິກສາຫາລືຍ່ອຍ ແລະ ກິດຈະກຳທີ່ສົມຄູ່ກັນຕ່າງໆ, ໃນ “ກອງປະຊຸມເວທີເປິກສາຫາລືການພັດທະນາມາດຕະການການຄ້າບໍ່ແມ່ນພາສີຢ່າງມີຄຸນນະພາບສູງ” ທີ່ຈັດຂຶ້ນຢູ່ສູນວາງສະແດງແຫ່ງຊາດຊຽງໄຮ້, ຜູ້ຕາງໜ້າລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ວິສາຫະກິດ ພ້ອມດ້ວຍຜູ້ຊ່ຽວຊານ ແລະ ທູຕານຸທູດຕ່າງປະເທດໄດ້ດຳເນີນການເປິກສາຫາລືກັນກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ຊຸກຍູ້ການເຊື່ອມຕໍ່ກະຕິກາ, ການເຊື່ອມຕໍ່ລະບຽບການ ແລະ ການຮັບຮອງການຢືນຢັນເຊິ່ງກັນແລະກັນ ດ້ວຍມາດຕະການການຄ້າລັກສະນະເຕັກນິກ.


ໃນຫຼາຍປີມໍ່ໆມານີ້, ຄຽງຄູ່ກັບຂະບວນການເສດຖະກິດໂລກາພິວັດຂະຫຍາຍຕົວຢ່າງວ່ອງໄວ, ມາດຕະການການຄ້າລັກສະນະເຕັກນິກໄດ້ກວມເອົາຂອບເຂດນັບມື້ນັບກວ້າງຂວາງ ເຊິ່ງໄດ້ເສີມຂະຫຍາຍບົດບາດນັບມື້ນັບສຳຄັນ ໃນການປ້ອງກັນຄວາມປອດໄພດ້ານການຄ້າ, ຄວາມປອດໄພດ້ານຊີວະພາບ, ຄວາມປອດໄພດ້ານສິ່ງແວດລ້ອມ ແລະ ຄວາມປອດໄພດ້ານສຸຂະພາບຂອງປວງຊົນ.