ກອງປະຊຸມສຸດຍອດອູເຈິ້ນຂອງກອງປະຊຸມໃຫຍ່ອິນເຕີເນັດໂລກປີ 2023 ຈັດຂຶ້ນຢູ່ເມືອງອູເຈິ້ນ

2023-11-08 10:51:42 cri

ກອງປະຊຸມສຸດຍອດອູເຈິ້ນຂອງກອງປະຊຸມໃຫຍ່ອິນເຕີເນັດໂລກປີ 2023 ໄດ້ຈັດຂຶ້ນຢູ່ເມືອງອູເຈິ້ນນະຄອນເຈ່ຍຊິງແຂວງເຈີ້ຈ່ຽງຈີນໃນວັນທີ 8 ພະຈິກນີ້, ປີນີ້ແມ່ນກອງປະຊຸມສຸດຍອດອູເຈິ້ນຈັດຂຶ້ນເປັນປີທີ 10, ນອກຈາກໄດ້ໂຮມສູນວາງສະແດງຜົນງານຫຼ້າສຸດຂອງເຕັກນິກອິນເຕີເນັດແລ້ວ, ຍັງຈະຈັດກິດຈະກຳຈຸດເດັ່ນໃໝ່ອ່ຽມຕ່າງໆອີກ.


ຫົວຂໍ້ກອງປະຊຸມປີນີ້ແມ່ນ “ສ້າງໂລກດີຈີຕອນທີ່ກວມລວມ, ເອື້ອປະໂຫຍດຕໍ່ທຸກຝ່າຍ ແລະ ມີຄວາມໜຽວແໜ້ນ--ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງພື້ນທີ່ອິນເຕີເນັດ”, ນອກຈາກຈັດກອງປະຊຸມຄົບຄະນະແລ້ວ, ຍັງຈະຈັດກອງປະຊຸມເວທີເປິກສາຫາລືຍ່ອຍ 20 ຄັ້ງ ໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ປັນຍາປະດິດ, ເຄືອຂ່າຍພະລັງການປະມວນຜົນ, ການປົກປ້ອງກຸ່ມຄົນບໍ່ເຕັມອາຍຸກະສຽນທາງອິນເຕີເນັດ ແລະອື່ນໆ. ຜູ້ແທນຈາກວົງການຕ່າງໆທົ່ວໂລກຈະດຳເນີນການເປິກສາຫາລືກັນກ່ຽວກັບບັນຫາຈຸດສຸມຕ່າງໆ ເພື່ອສະແດງໃຫ້ເຫັນເຖິງຄວາມນຶກຄິດລ່ວງໜ້າຂອງວົງການອຸດສາຫະກຳຕໍ່ການພັດທະນາຂອງອິນເຕີເນັດ, ນຳພາທ່ວງທ່າປະດິດສ້າງໃໝ່ດ້ານເຕັກນິກດີຈີຕອນ ພ້ອມທັງວາງສະແດງແຜນການຈີນ, ສະຕິປັນຍາຈີນ ແລະ ນ້ຳໃຈຮັບຜິດຊອບຂອງຈີນ ໃນການຊຸກຍູ້ການບໍລິຫານການພັດທະນາຂອງອິນເຕີເນັດ.