ການຄ້າກັບຕ່າງປະເທດຂອງຈີນປາກົດມີທ່ວງທ່າຂະຫຍາຍຕົວໄປສູ່ທິດທາງທີ່ດີຕື່ມອີກ

2023-11-08 11:06:58 cri

ອີງຕາມຕົວເລກຂໍ້ມູນທີ່ອົງການພາສີແຫ່ງຊາດຈີນເປີດເຜີຍໃນວັນທີ 7 ພະຈິກນີ້ສະແດງໃຫ້ເຫັນວ່າ, ຈັງຫວະການເຕີບໂຕຂອງຍອດມູນຄ່າການຄ້າຂາເຂົ້າ-ຂາອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນໃນ 10 ເດືອນປີນີ້ ແລະ ເດືອນຕຸລາຜ່ານມາ ລ້ວນແຕ່ຫັນເປັນເລກບວກ, ໃນນັ້ນ, ໄດ້ປ່ຽນຈາກການຫຼຸດລົງ 0,1% ແລະ 0,2% ໃນ 8 ເດືອນປີນີ້ ແລະ 3 ໄຕມາດປີນີ້ຕາມລຳດັບຫັນມາເປັນການເຕີບໂຕ 0,03%, ສ່ວນເດືອນຕຸລາປີນີ້ໄດ້ເພີ່ມຂຶ້ນ 0,9% ເມື່ອທຽບໃສ່ເດືອນຕຸລາປີຜ່ານມາ ເຊິ່ງໄດ້ປ່ຽນແປງສະພາບການ “ຫຼຸດລົງເປັນ 4 ເດືອນຕິດຕໍ່ກັນ”, ການຄ້າຂາເຂົ້າ-ຂາອອກໃນແຕ່ລະເດືອນໄດ້ປາກົດມີທ່ວງທ່າດີຂຶ້ນກວ່າເກົ່າ.


10 ເດືອນປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກຂອງຈີນບັນລຸເຖິງ 34.320 ຕື້ຢວນ. ໃນນັ້ນ, ມູນຄ່າສົ່ງອອກ 19.550 ຕື້ຢວນ, ເພີ່ມຂຶ້ນ 0,4%; ມູນຄ່ານຳເຂົ້າ 14.770 ຕື້ຢວນ, ຫຼຸດລົງ 0,5%; ໄດ້ປຽບດຸນການຄ້າຈຳນວນ 4.780 ຕື້ຢວນ, ເພີ່ມຂຶ້ນ 3,2%.