ຈຳນວນກຸ່ມບໍລິສັດທີ່ມີການປະດິດສ້າງດ້ານເຕັກນິກວິທະຍາສາດໃນ 100 ອັນດັບສຸດຍອດລະດັບໂລກຂອງຈີນໄດ້ກະໂດດຂຶ້ນເປັນອັນດັບໜຶ່ງຂອງໂລກ

2023-11-09 10:58:56 CRI

ໃນກອງປະຊຸມຖະແຫຼງຂ່າວກ່ຽວກັບນະໂຍບາຍຂອງລັດຖະບານຈີນທີ່ຈັດຂຶ້ນເມື່ອວັນທີ 8 ພະຈິກນີ້, ທ່ານເຊິ່ນສາງຢູ ຫົວໜ້າອົງການຊັບສິນທາງປັນຍາແຫ່ງຊາດຈີນກ່າວວ່າ: ຈາກການຈັດອັນດັບດ້ານດັດຊະນີການປະດິດສ້າງຂອງໂລກປີ 2023 ຫຼື GII 2023 ທີ່ອົງການຊັບສິນທາງປັນຍາໂລກເປີດເຜີຍນັ້ນ ຈີນໄດ້ຈັດຢູ່ໃນອັນທີ 12 ຂອງໂລກ ແລະ ຈຳນວນກຸ່ມບໍລິສັດທີ່ມີການປະດິດສ້າງດ້ານເຕັກນິກວິທະຍາສາດທີ່ຢູ່ໃນ 100 ອັນດັບສຸດຍອດລະດັບໂລກຂອງຈີນໄດ້ກະໂດດຂຶ້ນເປັນອັນດັບໜຶ່ງຂອງໂລກເປັນຄັ້ງທຳອິດ. ຖານະທີ່ເປັນປະເທດໃຫຍ່ດ້ານຊັບສິນທາງປັນຍາຂອງຈີນໄດ້ສ້າງຕັ້ງຂຶ້ນຢ່າງໝັ້ນຄົງ.


ທ່ານເຊິ່ນສາງຢູຍັງແນະນຳໃຫ້ຮູ້ຕື່ມວ່າ: ມາຮອດເດືອນກັນຍາປີນີ້, ສິດທິບັດດ້ານການປະດິດສ້າງ ແລະ ເຄື່ອງໝາຍສິນຄ້າຂອງຈີນຕ່າງໄດ້ບັນລຸເຖິງ 4.805.000 ລາຍການ ແລະ 45.122.000 ອັນຕາມລຳດັບ, ການຈົດທະບຽນລິຂະສິດໃນປີ 2022 ມີເຖິງ 6.353.000 ສະບັບ. ການຮ້ອງຂໍສິດທິບັດສາກົນ PCT ຂອງຈີນໄດ້ເປັນທີໜຶ່ງຂອງໂລກໃນ 4 ປີລຽນຕິດ.