ທ່ານສີຈິ້ນຜິງເປັນປະທານກອງປະຊຸມເທື່ອທີ 3 ຂອງຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານສູນກາງຈີນ

2023-11-09 13:52:27 cri

ຕອນບ່າຍວັນທີ 7 ພະຈິກນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ຫົວໜ້າຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານສູນກາງຈີນ ໄດ້ເປັນປະທານກອງປະຊຸມເທື່ອທີ 3 ຂອງຄະນະກຳມະການລົງເລິກການປະຕິຮູບຢ່າງຮອບດ້ານສູນກາງຈີນ ໂດຍໄດ້ພິຈາລະນາ ແລະ ຜ່ານຮັບຮອງຄຳເຫັນກ່ຽວກັບການຊຸກຍູ້ການສ້າງປະເທດຈີນທີ່ສວຍງາມຢ່າງຮອບດ້ານ, ຄຳເຫັນກ່ຽວກັບການປັບປຸງລະບຽບງົບປະມານດຳເນີນທຸລະກິດຂອງທຶນລັດໃຫ້ສົມບູນຂຶ້ນຕື່ມອີກ, ຄຳເຫັນການປະຕິບັດກ່ຽວກັບການປັບປຸງລະບົບ ແລະ ກົນໄກຕິດຕາມຄຸ້ມຄອງຂັ້ນຕອນການຜູກຂາດແບບທຳມະຊາດໃຫ້ສົມບູນຂຶ້ນ, ຄຳເຫັນຊີ້ນຳກ່ຽວກັບການເພີ່ມທະວີຜູ້ຊ່ຽວຊານເຂົ້າຮ່ວມການຕິດຕາມ ແລະ ບໍລິຫານພຶດຕິກຳຕັດສິນນະໂຍບາຍສາທາລະນະ, ຄຳເຫັນຊີ້ນຳກ່ຽວກັບການເພີ່ມທະວີການແບ່ງເຂດບໍລິຫານ ແລະ ຄວບຄຸມໃນດ້ານສິ່ງແວດລ້ອມນິເວດ.