ກອງປະຊຸມເວທີເປິກສາຫາລືການແລກປ່ຽນດ້ານອະລິຍະທຳແລະການພັດທະນາທົ່ວໂລກຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2023-11-09 10:46:16 cri

ຕອນເຊົ້າວັນທີ 7 ພະຈິກນີ້, ກອງປະຊຸມເວທີເປິກສາຫາລືການແລກປ່ຽນດ້ານອະລິຍະທຳແລະການພັດທະນາທົ່ວໂລກ ທີ່ໂຮງຮຽນພັກສູນກາງຈີນ (ສະຖາບັນການປົກຄອງແຫ່ງຊາດຈີນ) ເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ໂດຍຈະດຳເນີນເປັນເວລາ 3 ວັນພາຍໃຕ້ຫົວຂໍ້ “ການສືບທອດອະລິຍະທຳ ແລະ ການພັດທະນາແບບທັນສະໄໝ”.


ກອງປະຊຸມເວທີເປິກສາຫາລືຄັ້ງນີ້ມີຈຸດປະສົງເພື່ອເພີ່ມທະວີການແລກປ່ຽນ ແລະ ລົງເລິກການສົນທະນາລະຫວ່າງອະລິຍະທຳຕ່າງໆ, ຊຸກຍູ້ການປະດິດສ້າງໃໝ່ ແລະ ການພັດທະນາແບບຍືນຍົງໃນຂົງເຂດແນວຄິດ, ລະບຽບການ ແລະ ວິທະຍາສາດເຕັກໂນໂລຊີທົ່ວໂລກ, ສ້າງລະບຽບການດ້ານອະລິຍະທຳທີ່ກວມລວມ, ເປີດກວ້າງ, ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສັນຕິພາບ ແລະ ການພັດທະນາຄືນໃໝ່.


ມີບຸກຄົນຈາກວົງການຕ່າງໆ ເຊັ່ນ: ປະມຸກລັດ, ນັກທຸລະກິດ, ຜູ້ຊ່ຽວຊານ, ຜູ້ມີຊື່ສຽງດ້ານວັດທະນະທຳ ແລະ ທູຕານຸທູດຕ່າງປະເທດປະຈຳຈີນປະມານ 150 ຄົນຈາກ 30 ກວ່າປະເທດແລະເຂດແຄວ້ນໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ໃນຖານະເປັນກິດຈະກຳສົມຄູ່ກັນພາຍໃຕ້ຂອບເວທີເປິກສາຫາລືຄັ້ງນີ້, ກອງປະຊຸມເວທີເປິກສາຫາລືຄັງປັນຍາລະດັບສູງກ່ຽວກັບການປົກຄອງປະເທດຂອງປະເທດພວມພັດທະນາຄັ້ງທີ 4 ໄດ້ຈັດຂຶ້ນໃນໄລຍະດຽວກັນ.