ຈີນ ແລະ ອາເມຣິກາຈະຈັດການສົນທະນາຮອບໃໝ່ກ່ຽວກັບເສດຖະກິດການຄ້າ

2023-11-09 14:21:49 cri


ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາ, ວັນທີ 8 ພະຈິກນີ້, ທ່ານເຫີລີ້ເຟີ່ງ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ, ຜູ້ຮັບຜິດຊອບຝ່າຍຈີນດ້ານວຽກງານເສດຖະກິດການຄ້າຈີນ-ອາເມຣິກາໄດ້ເດີນທາງນະຄອນຊານເຣານຊິດສະໂກຂອງອາເມຣິກາ, ແລະຢ້ຽມຢາມອາເມຣິກາຢ່າງເປັນທາງການ.

ການຢ້ຽມຢາມເທື່ອນີ້ແມ່ນເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງການພົບປະລະຫວ່າງປະມຸກລັດສອງປະເທດຈີນ ແລະ ອາເມຣິກາຢູ່ເກາະບາຫຼີຂອງອິນໂດເນເຊຍ. ໃນການພົບປະດັ່ງກ່າວ, ປະມຸກລັດສອງປະເທດໄດ້ເຫັນດີໃຫ້ທີມງານການເງິນຂອງສອງປະເທດດຳເນີນການສົນທະນາ ແລະ ປະສານສົມທົບກັນກ່ຽວກັບບັນຫານະໂຍບາຍດ້ານເສດຖະກິດມະຫາພາກ ແລະ ເສດຖະກິດການຄ້າ, ເພື່ອສ້າງຜົນດີໃຫ້ແກ່ການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດເສດຖະກິດ.