ທ່ານສີຈິ້ນຜິງຕອບຈົດໝາຍຂອງປະທານທັງເປັນຫົວໜ້າຜູ້ອໍານວຍການບໍລິຫານງານວົງດົນຕີຊິມໂປນີນະຄອນຟິລາເດວເຟຍ

2023-11-10 22:32:37 cri

ເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍຂອງທ່ານມາເຕຍສ໌ ຕາໂນໂປນສະກີ ປະທານທັງເປັນຫົວໜ້າຜູ້ອໍານວຍການບໍລິຫານງານວົງດົນຕີຊິມໂປນີນະຄອນຟິລາເດວເຟຍຂອງອາເມຣິກາ.
ທ່ານສີຈິ້ນຜິງຊີ້ອອກວ່າ: ວົງດົນຕີຊິມໂປນີນະຄອນຟິລາເດວເຟຍໄດ້ເດີນທາງມາຢ້ຽມຢາມຈີນເມື່ອ 50 ປີກ່ອນ ເຊິ່ງເປັນການຟຶ້ນຟູການແລກປ່ຽນດ້ານວັດທະນະທໍາລະຫວ່າງຈີນກັບອາເມຣິກາ ແລະ ມີຄວາມໝາຍສໍາຄັນທີ່ສຸດໃນການຟື້ນຟູສາຍພົວພັນຈີນ-ອາເມຣິກາໃຫ້ເປັນປົກກະຕິ. ຕະຫຼອດໄລຍະ 50 ປິຜ່ານມາ, ໃນຖານະເປັນ“ທູດວັດທະນະທໍາ” ລະຫວ່າງຈີນກັບອາເມຣິກາ, ວົງດົນຕີຊິມໂປນີນະຄອນຟິລາເດວເຟຍໄດ້ຢ້ຽມຢາມຈີນ 12 ຄັ້ງ ເຊິ່ງໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການສົ່ງເສີມສາຍພົວພັນຈີນ-ອາເມຣິກາ. ຫວັງວ່າ ວົງດົນຕີຊິມໂປນີນະຄອນຟິລາເດວເຟຍຈະຮ່ວມກັບສິລະປິນບັນດາປະເທດໃນໂລກ ເຊິ່ງລວມທັງຈີນ ແລະ ອາເມຣິກາ, ຍຶດໝັ້ນຄວາມສະເໝີພາບ, ການຮຽນຮູ້ເຊິ່ງກັນແລະກັນ, ການສົນທະນະ ແລະ ການຫຼອມລວມເຂົ້າກັນດ້ານອະລິຍະທໍາ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມື, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງດ້ານສິລະປະ ເພື່ອຂຽນປະຫວັດສາດໜ້າໃໝ່ກ່ຽວກັບການແລກປ່ຽນດ້ານອະລິຍະທໍາຈີນ-ອາເມຣິກາ ກໍຄືໄມຕີຈິດມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນໂລກ.