ເສີມຂະຫຍາຍບົດບາດຂອງກົນໄກ APEC ເພື່ອຊຸກຍູ້ການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືໃນລະດັບສູງຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ

2023-11-10 10:33:50 cri

ວັນທີ 9 ພະຈິກນີ້, ກອງປະຊຸມແລກປ່ຽນດ້ານເຕັກໂນໂລຊີ ແລະ ງານວາງສະແດງຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ APEC ຄັ້ງທີ 12 ທີ່ຈັດໂດຍກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ຮ່ວມກັບອົງການປົກຄອງແຂວງຊ່ານຕົ່ງຈີນ ໄດ້ໄຂຂຶ້ນຢູ່ນະຄອນຊິ່ງຕາວແຂວງຊ່ານຕົ່ງຈີນ. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນກ່າວວ່າ: ຈະເສີມຂະຫຍາຍບົດບາດຂອງກົນໄກ APEC ຢ່າງເຕັມທີ່, ສະໜັບສະໜູນວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸລະວິສາຫະກິດສຸມກຳລັງເຂົ້າໃນກິດຈະການຫຼັກຂອງຕົນ  ແລະ ດຳເນີນທຸລະກິດຢ່າງລະອຽດ, ນຳພາວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸລະວິສາຫະກິດເລັ່ງບາດກ້າວຫັນປ່ຽນຮູບແບບ, ຊຸກຍູ້ການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືໃນລະດັບສູງຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ.

ງານວາງສະແດງເຕັກໂນໂລຊີ APEC ໃນຄັ້ງນີ້ຈະດຳເນີນໄປເປັນເວລາ 3 ວັນ ໂດຍມີເຈົ້າໜ້າທີ່ອົງການຄຸ້ມຄອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ວິສາຫະກິດຫຼາຍກວ່າ 1.600 ແຫ່ງທີ່ມາຈາກ 17 ກຸ່ມເສດຖະກິດ APEC ແລະ 19 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຂົ້າຮ່ວມ.