ງານເຈລະຈາການຄ້າການລົງທຶນຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ໄດ້ບັນລຸເຈຕະນາການຮ່ວມມື 416 ລາຍການ

2023-11-10 10:23:20 cri

ງານເຈລະຈາການຄ້າການລົງທຶນຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ໄດ້ຈັດຂຶ້ນລະຫວ່າງວັນທີ 6 ຫາ 8 ພະຈິກນີ້ຢູ່ນະຄອນຊຽງໄຮ້ ໂດຍໄດ້ຈັດງານເຈຕະຈາການລົງທຶນ ແລະ ກິດຈະກຳສະເພາະກິດອື່ນໆຫຼາຍກວ່າ 100 ຮອບ, ບັນລຸເຈລະນາການຮ່ວມມື 416 ລາຍການທີ່ມີມູນຄ່າປະມານ 18,1 ຕື້ໂດລາ.

ໃນຖານະເປັນກິດຈະກຳສົ່ງເສີມການຄ້າທີ່ດຳເນີນມາເປັນເວລາຍາວນານທີ່ສຸດ ແລະ ມີຂະໜາດໃຫຍ່ທີ່ສຸດໃນໄລຍະຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານເຈລະຈາການຄ້າການລົງທຶນໄດ້ຈັດຂຶ້ນ 6 ຄັ້ງລຽນຕິດ. ງານເຈລະຈາການຄ້າການລົງທຶນໃນປີນີ້ຍັງໄດ້ເພີ່ມເຂດສະເພາະທີ່ມີຊື່ວ່າ “ການລົງທຶນຢູ່ຈີນ” ໂດຍໄດ້ຈັດກິດຈະກຳໂຄສະນາຫຼາຍກວ່າ 60 ຄັ້ງ ເພື່ອສະແດງຄວາມສາມາດດ້ານການປະດິດສ້າງໃໝ່ ແລະ ສະພາບແວດລ້ອມດ້ານການດຳເນີນທຸລະກິດຂອງຈີນຕໍ່ວິສາຫະກິດທົ່ວໂລກ, ຊ່ວຍຊູຍູ້ໜູນໃຫ້ “ຜູ້ວາງສະແດງກາຍເປັນຜູ້ລົງທຶນ”, ຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງກວ່າເກົ່າຕື່ມອີກ.