ຈີນຈະເລີ່ມເຄື່ອນໄຫວຕະຫຼາດຄ້າຂາຍຫຼຸດການລະບາຍອາຍພິດເຮືອນແກ້ວແບບສະໝັກໃຈທົ່ວປະເທດໂດຍໄວ

2023-11-10 10:45:47 cri

ວັນທີ 8 ພະຈິກນີ້, ກອງປະຊຸມຕະຫຼາດກາກບອນຈີນຄັ້ງທຳອິດຈັດຂຶ້ນຢູ່ນະຄອນຊຽງໄຮ້ ພາຍໃຕ້ຫົວຂໍ້ “ສ້າງຕະຫຼາດຄ້າຂາຍສິດລະບາຍກາກບອນ ແລະ ຊຸກຍູ້ການບັນລຸເປົ້າໝາຍລະບາຍກາກບອນເຖິງລະດັບສູງສຸດ ແລະ ຫັນການລະບາຍກາກບອນເປັນສູນ” ເພື່ອສະແດງໃຫ້ເຫັນຜົນສຳເລັດດ້ານການສ້າງຕະຫຼາດກາກບອນຂອງຈີນຢ່າງຮອບດ້ານ. ຂ່າວແຈ້ງຫ້ຮູ້ອີກວ່າ, ຈີນຈະເລີ່ມເຄື່ອນໄຫວຕະຫຼາດຄ້າຂາຍຫຼຸດການລະບາຍອາຍພິດເຮືອນແກ້ວແບບສະໝັກໃຈທົ່ວປະເທດໂດຍໄວ.

ປັດຈຸບັນນີ້, ກະຊວງນິເວດແລະສິ່ງແວດລ້ອມຈີນໄດ້ເຜີຍແຜ່ເອກະສານຄຸ້ມຄອງ ແລະ ກົດລະບຽບດ້ານເຕັກນິກທີ່ກ່ຽວຂ້ອງ ເຊິ່ງໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການເລີ່ມເຄື່ອນໄຫວຕະຫຼາດຄ້າຂາຍຫຼຸດການລະບາຍອາຍພິດເຮືອນແກ້ວແບບສະໝັກໃຈ.