ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນເຜີຍແຜ່ປຶ້ມປົກຂາວ “ພຶດຕິກຳແລະຜົນສຳເລັດຄັ້ງປະຫວັດສາດແຫ່ງແຜນລວມການປົກຄອງເຂດຕິເບດຂອງພັກໃນຍຸກໃໝ່”

2023-11-10 15:39:28 cri

ວັນທີ 10 ພະຈິກນີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ເຜີຍແຜ່ປຶ້ມປົກຂາວ “ພຶດຕິກຳແລະຜົນສຳເລັດຄັ້ງປະຫວັດສາດແຫ່ງແຜນລວມການປົກຄອງເຂດຕິເບດຂອງພັກໃນຍຸກໃໝ່”.


ເນື້ອໃນຂອງປຶ້ມປົກຂາວລະບຸວ່າ: ພາຍໃຕ້ການຊີ້ນຳນຳພາຈກາແຜນລວມການປົກຄອງຕິເບດຂອງພັກໃນຍຸກໃໝ່, ພາຍໃຕ້ການສະໜັບສະໜູນຢ່າງແຂງແຮງຈາກປະຊາຊົນທົ່ວປະເທດຈີນ, ພະນັກງານແລະປະຊາຊົນບັນດາເຜົ່າຂອງເຂດຕິເບດໄດ້ສາມັກຄີກັນສູ້ຊົນຜ່ານຜ່າ, ພາລະກິດທຸກຢ່າງໄດ້ມີຄວາມກ້າວໜ້າຢ່າງຮອບດ້ານ, ການພົວພັນລະຫວ່າງຊົນເຜົ່າສັງຄົມນິຍົມ ທີ່ສະເໝີພາບ, ສາມັກຄີ, ຊ່ວຍຊູຍູ້ໜູນກັນ ແລະ ປອງດອງກັນຂອງເຂດຕິເບດ ນັບມື້ນັບໝັ້ນຄົງຂະໜົງແກ່ນ, ພາລະກິດສາທາລະນະແລະວັດທະນະທຳຢູ່ເຂດຕິເບດໄດ້ຮັບການພັດທະນາຢ່າງຟົດຟື້ນ, ປະຊາຊົນຜູ້ຫຼຸດພົ້ນອອກຈາກຄວາມທຸກຍາກຂອງເຂດຕິເບດທຸກຄົນກໍມີການຮັບປະກັນຢ່າງໝັ້ນທ່ຽງທຸກປະການ, ການສ້າງສາເຂດຕິເບດທີ່ສວຍງາມພວມໄດ້ສ້າງຜົນປະໂຫຍດດ້ານນິເວດຢ່າງບໍ່ຢຸດຢັ້ງ.


ເນື້ອໃນປຶ້ມປົກຂາວຍັງເນັ້ນໜັກວ່າ, ພຶດຕິກຳຕົວຈິງໄດ້ຢືນຢັນໃຫ້ເຫັນຢ່າງເຕັມສ່ວນວ່າ, ມີແຕ່ລົງເລິກຈັດຕັ້ງປະຕິບັດແຜນລວມການປົກຄອງເຂດຕິເບດຂອງພັກໃນຍຸກໃໝ່ຢ່າງຮອບດ້ານແລ້ວເທົ່ານັ້ນ, ຈິ່ງຈະສາມາດຮັບປະກັນສະຖຽນລະພາບຖາວອນ ແລະ ການພັດທະນາຢ່າງມີຄຸນນະພາບສູງຂອງເຂດຕິເບດ.