ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມກ່ຽວກັບທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງຢ້ຽມຢາມອາເມຣິກາເພື່ອຈັດການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ ແລະເຂົ້າຮ່ວມກອງປະຊຸມບໍ່ເປັນທາງການລະຫວ່າງຜູ້ນຳAPECຄັ້ງທີ 30 ຕາມການເຊື້ອເຊີນ

2023-11-11 15:34:15 cri

ວັນທີ 10 ພະຈິກນີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປຢ້ຽມຢາມອາເມຣິກາເພື່ອຈັດການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ ແລະເຂົ້າຮ່ວມກອງປະຊຸມບໍ່ເປັນທາງການລະຫວ່າງຜູ້ນຳບັນດາປະເທດສະມາຊິກອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼືAPECຄັ້ງທີ 30 ຕາມການເຊື້ອເຊີນ.

 

ໂຄສົກຜູ້ນີ້ກ່າວວ່າ: ປະມຸກລັດຈີນ ແລະອາເມຣິກາຈະແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບບັນຫາຕ່າງໆທີ່ກ່ຽວພັນເຖິງຍຸດທະສາດ, ພາກສ່ວນໃຫຍ່ ແລະທິດທາງໃນການພົວພັນຈີນ-ອາເມຣິກາ, ພ້ອມທັງບັນຫາສຳຄັນຕ່າງໆທີ່ກ່ຽວພັນເຖິງສັນຕິພາບ ແລະການພັດທະນາຂອງໂລກ.

 

ທ່ານຍັງກ່າວຕື່ມວ່າ: ເນື່ອງໃນໂອກາດກອງປະຊຸມຜູ້ນຳAPECຄັ້ງທຳອິດໄດ້ຈັດຂຶ້ນຄົບຮອບ 30 ປີ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຕາມການເຊື້ອເຊີນ, ເຊິ່ງໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງຈີນເອົາໃຈໃສ່ເປັນຢ່າງສູງຕໍ່ການຮ່ວມມືດ້ານເສດຖະກິດອາຊີ-ປາຊີຟິກ. ທ່ານສີຈິ້ນຜິງ ປະທານປະເທດຈີນຈະກ່າວຄຳປາໄສອັນສຳຄັນໃນກອງປະຊຸມດັ່ງກ່າວ, ບັນລະຍາຍເຈດຈຳນົງທີ່ສຳຄັນຂອງຈີນໃນການລົງເລິກການຮ່ວມມືອາຊີ-ປາຊີຟິກ ແລະຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງພາກພື້ນ ແລະຂອງໂລກຢ່າງຮອບດ້ານ. ຈີນຄອງຄອຍບັນດາຝ່າຍຍຶດໝັ້ນຈິດໃຈເບື້ອງຕົ້ນຂອງການຮ່ວມມືອາຊີ-ປາຊີຟິກ, ຊຸກຍູ້ກອງປະຊຸມຄັ້ງນີ້ໄດ້ຮັບໝາກຜົນຢ່າງຕັ້ງໜ້າ.